ຂ່າວສານ

ຊຸກຍູ້ການພັດທະນາການພົວພັນລະຫວ່າງ ຫວຽດນາມ - Vatican

ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງມິນ ເນັ້ນໜັກວ່າ, ບັນດາການຢ້ຽມາມ, ພົບປະຂອງການນຳຂັ້ນສູງ, ກອງປະຊຸມຂອງກຸ່ມປະຕິບັດງານປະສົມ ຫວຽດນາມ - Vantican ໄດ້ປະກອບສ່ວນເພີ່ມທະວີ ແລະ ຕອບສະໜອງຜົນປະໂຫຍດລວມຂອງ 2 ຝ່າຍ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງມິນ ເນັ້ນໜັກວ່າ, ບັນດາການຢ້ຽມາມ, ພົບປະຂອງການນຳຂັ້ນສູງ, ກອງປະຊຸມຂອງກຸ່ມປະຕິບັດງານປະສົມ ຫວຽດນາມ - Vantican ໄດ້ປະກອບສ່ວນເພີ່ມທະວີ ແລະ ຕອບສະໜອງຜົນປະໂຫຍດລວມຂອງ 2 ຝ່າຍ.

    

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ Vatican. (ພາບ: TTXVN)

ວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ Vatican, ເຈົ້າອະນຸວົງ Miroslaw Wachowski ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຄັ້ງທີ 9 ກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກ Vatican.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງມິນ ເນັ້ນໜັກວ່າ, ບັນດາການຢ້ຽມາມ, ພົບປະຂອງການນຳຂັ້ນສູງ, ກອງປະຊຸມຂອງກຸ່ມປະຕິບັດງານປະສົມ ຫວຽດນາມ - Vantican ໄດ້ປະກອບສ່ວນເພີ່ມທະວີ ແລະ ຕອບສະໜອງຜົນປະໂຫຍດລວມຂອງ 2 ຝ່າຍ ກໍຄືຜົນປະໂຫຍດຂອງປະຊາຄົມຄຼິດທະສາສະໜາ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສຳນັກ Vatican ສືບຕໍ່ເອົາໃຈໃສ່, ແນະນຳໃຫ້ພໍ່ແມ່ຊາວຄຼິດ ຫວຽດນາມ ຈົ່ງຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ, ເຄົາລົບກົດໝາຍ, ປະກອບສ່ວນຍົກສູງພາບພົດອັນດີງາມຂອງ ຄຼິດທະສາສະໜາ ຫວຽດນາມ ແລະ ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - Vatican ໃຫ້ພັດທະນາ.

        ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ Vatican, ເຈົ້າອະນຸວົງ Miroslaw Wachowski ໄດ້ເຫັນດີຕໍ່ບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ, ພິເສດແມ່ນການເພີ່ມທະວີການພົບປະ 2 ຝ່າຍ ແລະ ຮັກສາກົນໄກທາບທາມຄວາມເຫັນທີ່ພວມມີຢູ່ແລ້ວ.

        ໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ ແລະ ທ່ານຮອງລັດຖະມົນຕີ Miroslaw Wachowski ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 9 ກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກ Vatican.

(ແຫຼ່ງຄັດຈາກ VOV)


top