ຂ່າວສານ

ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ

      ຕອນເຊົ້າວັນທີ 14 ມິຖຸນາ, ກະຊວງການເງິນຈັດກອງປະຊຸມທາງອອນລາຍກັບບັນດາທ້ອງຖິ່ນ ກ່ຽວກັບການຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ.
ກະຊວງການເງິນຈັດກອງປະຊຸມທາງອອນລາຍກັບບັນດາທ້ອງຖິ່ນ ກ່ຽວກັບການຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ
      ຕາມການສັງລວມຂອງ ກະຊວງການເງິນແລ້ວ, ໄລ່ຮອດທ້າຍເດືອນພຶດສະພາ ທີ່ຜ່ານມາ, ເງິນລົງທຶນສາທາລະນະຈາກແຫຼ່ງທຶນກູ້ຢຶມຈາກຕ່າງປະເທດ ຂຶ້ນກັບແຜນການທຶນ ປີ 2021 ຫາກໍ່ໄດ້ຮັບການປ່ອຍເງິນກ່ວາ 1.100 ຕື້ ດົ່ງ, ເທົ່າກັບ 1,73% ແຜນການ. ເພື່ອຊຸກຍູ້ຄວາມຄືບໜ້າໃນການປ່ອນເງິນລົງທຶນສາທາລະນະ ຈາກແຫຼ່ງທຶນກູ້ຢຶມຂອງຕ່າງປະເທດໃນໄລຍະຈະມາເຖິງ, ທ່ານ ເຈືອງຮຸ່ງລອງ, ຫົວໜ້າກົມຄຸ້ມຄອງໜິ້ສິນ ແລະ ການເງິນຕ່າງປະເທດ, ກະຊວງການເງິນສະເໜີວ່າ:
ບັນດາເຈົ້າຂອງໂຄງການ, ບັນດາຄະນະຄຸ້ມຄອງຕ້ອງເປັນເຈົ້າການໃນການຜັນຂະຫຍາຍບັນດາວຽກງານຂຶ້ນກັບຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ, ຫຼີກລ້ຽງກໍ່ລະນີບ່າຍບ່ຽງ, ລໍຖ້າຄຳເຫັນຊີ້ນຳ, ພິເສດແມ່ນສຳລັບບັນດາໂຄງການຊື້ເຄື່ອງອຸປະກອນ. ສຸມໃສ່ການຜັນຂະຫຍາຍບັນດາວຽກງານທີ່ມີປະລິມານສຳເລັດຢ່າງພຽງພໍ, ໄດ້ປະຕິບັດການຄຸ້ມຄອງລາຍຈ່າຍຕາມຂໍ້ກຳນົດ, ເພື່ອມີຂໍ້ອ້າງອີງເຊັນໜັງສືຖອນທືນ.
(ແຫຼ່ງຄັດຈາກ VOV)


top