ຂ່າວສານ

ຊຸກຍູ້ການນຳໃຊ້ວິທະຍາສາດ ເຕັກໂນໂລຊີເຂົ້າໃນກະສີກຳຊົນນະບົດ

      ຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ຊຸກຍູ້ການນຳໃຊ້ວິທະຍາສາດ ເຕັກໂນໂລຊີເຂົ້າໃນການຫັນກະສີກຳຊົນນະບົດ ເປັນອຸດສາຫະກຳ ແລະ ທັນສະໄໝ
 (ພາບປະກອບ)
      ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວນອນໃນຂອບເຂດເຫດການ “ ກອງປະຊຸມອອນລາຍທົ່ວປະເທດ ແລະ ງານວາງສະແດງລະດັບຊາດກ່ຽວກັບຜົນງານ 10 ປີແຫ່ງການປະຕິບັດມະຕິສູນກາງພັກເທື່ອທີ 7 ຊຸດທີ 10 ກ່ຽວກັບກະສີກຳ, ຊາວກະສີກອນ ແລະ ຊົນນະບົດ ”
    ທ່ານດາວເທ້ແອງ, ຮອງຫົວໜ້າສະຖາບັນວິທະຍາສາດກະສີກຳຫວຽດນາມ ມີຄຳເຫັນວ່າ :
   “ ຕ້ອງຄົ້ນຄ້ວາກ່ຽວກັບຄວາມຕ້ອງການຂອງຜູ້ຊົມໃຊ້ເພື່ອພັດທະນາບັນດາຂັ້ນຕອນຜະລິດທີ່ແທດເໝາະເພື່ອເຜີຍແຜ່ໃຫ້ຊາວກະສີກອນ. ຄົ້ນຄ້ວາພັດທະນາລະບົບມູນຄ່າຜະລິດຕະພັນກະເສດຢ່າງໝັ້ນຄົງ ກໍຄືບັນດາມາດຕະການເພື່ອຊ່ວຍຂະແໜງກະສີກຳສາມາດດັບປັບໃຫ້ແທດເໝາະກັບສະພາບປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນອາຍພິດເຮືອນແກ້ວ. ຍູ້ແຮງການຮ່ວມມືກັບບັນດານັກວິທະຍາສາດ, ກັບບັນດານັກທຸລະກິດ, ພິເສດແມ່ນວິສາຫະກິດວິທະຍາສາດອຸດສາຫະກຳພາຍໃນປະເທດ ກໍຄືເພີ່ມທະວີການຮ່ວມມືສາກົນເພື່ອຮັບເອົາຜົນງານການຄົ້ນຄ້ວາທີ່ນຳໃຊ້ໃນການຜະລິດຕົວຈິງ ”
 (ແຫຼ່ງຄັດຈາກ VOV)

top