ຂ່າວສານ

ຊຸກຍູ້ການທ່ອງທ່ຽວ ຫວຽດນາມ - ລາວ ດ້ວຍ Tour caravan ໂດຍຜ່ານຈຸດນັດພົບທີ່ມີຊື່ສຽງຂອງ 2 ປະເທດ

ຕອນບ່າຍວັນທີ 30 ມີນາ, ການປະຊຸມຂ່າວແນະນຳລາຍການທ່ອງທ່ຽວ caravan ດ້ວຍຫົວຂໍ້ທີ່ວ່າ “ໄລຍະທາງຜ່ານບັນດາເມືອງຫລວງ ຫວຽດນາມ - ລາວ” ໄດ້ດຳເນີນຢູ່ ຮ່າໂນ້ຍ.

Tour caravan “ໄລຍະທາງຜ່ານບັນດາເມືອງຫລວງ ຫວຽດນາມ - ລາວ” (ພາບອິນເຕີແນັດ)

ນີ້ແມ່ນການເຄື່ອນໄຫວທີ່ດຶງດູດຄວາມສົນໃຈຂອງບັນດາບໍລິສັດທ່ອງທ່ຽວ ແລະ ຜູ້ນິຍົມໄປທ່ອງທ່ຽວ. ລາຍການ Tour ພິເສດນີ້ ໂດຍບໍລິສັດທ່ອງທ່ຽວ hanoitourist ສົມທົບກັບບໍລິສັດທ່ອງທ່ຽວ ໄຊມຸງຄຸນ (ລາວ) ຈັດຕັ້ງ. ນີ້ແມ່ນໜຶ່ງໃນບັນດາວິທີເຮັດແບບໃໝ່ ເພື່ອຊຸກຍູ້ການທ່ອງທ່ຽວ ຫວຽດນາມ - ລາວ.

        Tour caravan “ໄລຍະທາງຜ່ານບັນດາເມືອງຫລວງ ຫວຽດນາມ - ລາວ” ແມ່ນສາຍທາງການທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ໃໝ່ອ່ຽມ ດ້ວຍລົດໂອໂຕຂັບເອງສົມທົບກັບການເຂົ້າຮ່ວມພົວພັນແລກປ່ຽນຊອກຮູ້ປະຫວັດສາດ, ວັດທະນະທຳການກິນດື່ມຂອງ 2 ປະເທດ ຫວຽດນາມ - ລາວ, ປະກອບສ່ວນໂຄສະນາເຜີຍແຜ່ຮູບພາບການທ່ອງທ່ຽວ 2 ປະເທດ ຫັນຜະລິດຕະພັນການທ່ອງທ່ຽວຮັບໃຊ້ແຂກທ່ອງທ່ຽວເປັນຫລາຍຮູບຫລາຍແບບ, ພ້ອມທັງຊຸກຍູ້ການຮ່ວມສຳພັນດ້ານການທ່ອງທ່ຽວ 2 ປະເທດ. ດ້ວຍໄລຍະທາງ 7 ວັນ 6 ຄືນ, ລາຍການ caravan ໄດໄປ້ຜ່ານບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ 2 ປະເທດ: ຮ່າໂນ້ຍ - ເຊີນລາ - ຊຳເໜືອ - ຫລວງພະບາງ - ວຽງຈັນ - ທົ່ງໄຫຫີນ - ເງ້ອານ - ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)



top