ເມື່ອເວົ້າເຖິງເຄື່ອງປັ້ນດິນເຜົາຈາກພາກໃຕ້, ແມ່ນຈະຕ້ອງເວົ້າເຖິງເຄື່ອງປັ້ນດິນເຜົາ ຫຼາຍທ່ຽວ ຢູ່ເມືອງ ຖ້ວນອານ, ແຂວງ ບິ່ງເຢືອງ. ໝູ່ບ້ານເຄື່ອງປັ້ນດິນເຜົາ ມີຊື່ສຽງຍ້ອນຜະລິດຕະພັນທີ່ປານີດ, ມີລັກສະນະທາງພາກໃຕ້ ແລະ ມີຄວາມນຳໃຊ້ສູງ.
ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາດີເດັ່ນຂອງໝູ່ບ້ານ ຫຼາຍທ່ຽວ. ພາບ: ທົງຫາຍ/VNP
ຕາມ “ທ່ີຕັ້ງທາງພູມສາດ ທຳມະຊາດ ຂອງ ແຂວງ ບິ່ງເຢືອງ”, ອາຊີບປັ້ນ ດິນເຜົາ ຫຼາຍທ່ຽວ ມີມາແຕ່ປີ 1850 ຂອງ ສະຕະວັດທີ XIX ແລະ ກ່ອນໜ້ານັ້ນ ມີປະຊາກອນ ຊາວ ຈີນ ເຂົ້າມາຕັ້ງຖິ່ນຖານຢູ່ ບິ່ງເຍີມ, ເຕີນເຖີຍ. ໃນເບື້ອງຕົ້ນ, ຜະລິດຕະພັນເຄື່ອງປັ້ນດິນເຜົາ ຫຼາຍທ່ຽວ ສ່ວນຫຼາຍແມ່ນໄດ້ຜະລິດຢູ່ໃນເຕົາອົບ ຂອງຊາວບ້ານ ເຟືອກ ກຽນ ເຊັ່ນ: ໄຫ, ກະປ໋ອງ, ກະຖາງ, ໝໍ້, ໝໍ້ຕົ້ມນໍ້າ... ເຄື່ອງປັ້ນດິນເຜົາດຳ (ໄຫໃຊ້ເກັບນ້ຳຕານໃສ່ເຕົາເຜົາໃນສະໄໝນັ້ນ), ບາງເຕົາເຜົາທີ່ມີຊື່ສຽງໃນເມື່ອກ່ອນເຊັ່ນ: ອານກີ, ກວາງຖາຍເຊືອງ, ກຽນຊວນ, ລຽນຮຽບແທ່ງ ຍັງຄົງມີ ແລະ ພັດທະນາຈົນເຖິງປັດຈຸບັນ.
ຜູ້ເຖົ້າຜູ້ແກ່ໃນເຕົາເຜົາດິນເຜົາ ກຽນຊວນ ເລົ່າສູ່ຟັງວ່າ: ຫ່າງຈາກນີ້ ປະມານ 145-155 ປີ, ມີທ່ານ ເວືອງໂຕ ຈາກເມືອງ ເຟືອກກຽນ ຂອງ ຈີນ ໄດ້ເດີນທາງມາຍັງແຂວງ ຢາດິ້ງ ແລ້ວຍ້າຍມາດຳລົງຊີວິດຢູ່ ຫຼາຍທ່ຽວ ແລ້ວເປີດເຕົາເຜົາດິນເຜົາ. ທ່ານ ເວືອງໂຕ ແມ່ນປູ່ຍ່າຕາຍາຍຂອງທ່ານ ເວືອງເຖ໋ຮຸ່ງ, ເຈົ້າຂອງເຕົາເຜົາດິນເຜົາ ກຽນຊວນ ຕາມຮີດ ຄອງປະເພນີລູກແທນພໍ່ໜໍ່ແທນລຳ. ບັນດາຍາດຕິພີ່ ນ້ອງໃນຕະກຸນເຊື່ອໝັ້ນວ່າ ເຕົາເຜົາດິນເຜົາ ກຽນຊວນ ໄດ້ຮັບການກໍ່ສ້າງ ແລະ ຮັກ ສາມາຈົນຮອດປັດຈຸບັນ ດ້ວຍບັນດາຜະລິດຕະພັນພື້ນເມືອງຄື: ໄຫເກັບນໍ້າ, ໄຫເກັບເຂົ້າ... ຕັ້ງແຕ່ນັ້ນມາ, ສູນເຄື່ອງປັ້ນດິນເຜົາ ຫຼາຍທ່ຽວ ໄດ້ສ້າງຕັ້ງຂຶ້ນ. ບໍ່ຄືກັບໝູ່ບ້ານເຄື່ອງປັ້ນດິນເຜົາອື່ນໆ, ເຄື່ອງປັ້ນດິນເຜົາ ຫຼາຍທ່ຽວ ສ້າງຄວາມເລິກເຊິ່ງ, ສຸມໃສ່ຜະລິດເຄື່ອງໃຊ້ຂອງສອຍໃນຄອບຄົວ ແລະ ຜະລິດຕະພັນທີ່ໄດ້ຮັບໃຊ້ໃນຊີວິດປະຈຳວັນ.
ໃນຊຸມປີ 1960 ຖືວ່າ ແມ່ນຍຸກພັດທະນາ ທີ່ສຸດຂອງເຄື່ອງປັ້ນດິນເຜົາ ຫຼາຍທ່ຽວ, ພາຍຫຼັງຜະລິດອອກມາ, ບັນດາຜະລິດຕະພັນທີ່ດີທີ່ສຸດຈະໄດ້ບັນດາພໍ່ຄ້ານຳໄປຂາຍທົ່ວ 6 ແຂວງພາກໃຕ້, ສົ່ງອອກໄປຍັງ ລາວ, ອິນໂດເນເຊຍ, ຟີລິບປິນ... ສິນຄ້າຢູ່ທີ່ນີ້ ໄດ້ນຳໃຊ້ເພື່ອຮັບໃຊ້ການດຳລົງຊີວິດ ໃນທຸກໆ ຄອບຄົວ, ຈາກສວນໄປເຖິງແທ່ນບູຊາບັນພະບູລຸດ, ຈາກເຮືອນຄົວໄປເຖິງຮ້ານຂາຍ ນ້ໍາ ຂອງຊາວພາກໃຕ້.
ທັງສວຍງາມ ແລະ ນຳໃຊ້ງ່າຍ, ເຄື່ອງປັ້ນດິນເຜົາ ຫຼາຍທ່ຽວ ໄດ້ຄອບງຳຕະຫຼາດພາກໃຕ້ ເປັນເວລາ ຫຼາຍຮ້ອຍປີ. ຜະລິດຕະພັນມີຫຼາຍປະ ເພດ, ຄວາມອຸດົມສົມບູນ ດ້ານຮູບຮ່າງ, ຮູບແບບ, ເນື້ອໃນປະດັບປະ ດາ ຂອງ ເຄື່ອງປັ້ນດິນເຜົາ ຫຼາຍທ່ຽວ ຊຶ່ງເປັນທັງພາບແຕ້ມ, ທັງມີລັກ ສະນະພື້ນເມືອງ, ໄດ້ສ້າງເອກະລັກ ສະເພາະໃຫ້ແກ່ເຄື່ອງປັ້ນດິນເຜົາ ຂອງ ໝູ່ບ້ານອາຊີບ ແຫ່ງນີ້.
ແຕ່ລະຜະລິດຕະພັນເຄື່ອງປັ້ນດິນເຜົາ ຫຼາຍທ່ຽວ ລ້ວນແຕ່ຖືກຂັດ ດ້ວຍສີມື ຂອງ ນາຍຊ່າງ, ຄືກັບນາງງາມ ຄົນໜຶ່ງ ທີ່ນຳມາເຊິ່ງຄວາມງາມ ທາງດ້ານວັດທະນະທຳ, ຮູບແຕ້ມ ກ່ຽວກັບເຂດຊົນນະບົດ, ຮີດ ຄອງປະເພນີ ຂອງ ໝູ່ບ້ານ...ໄດ້ຝັງເຂົ້າໄປໃນເຄື່ອງປັ້ນດິນເຜົາ.ລວດ ລາຍ ເທິງເຄື່ອງປັ້ນດິນເຜົາແມ່ນໄດ້ແຮງບັນດານໃຈ ຈາກ ຊີວິດຢູ່ຊົນນະບົດ, ບັນດາຜົນງານການປະດິດແຕ່ງ ດ້ານ ສິລະປະ ຫຼື ການແກະສະຫຼັກຂອງວັດເຊັ່ນ: ພາບຄວັດ ສະຫຼັກນູນ ເຄື່ອງດົນຕີບູຮານແປດປະເພດ, ມັງກອນ ໃບໂພ, ນາງຟ້າ... ຫຼື ຮູບແກະສະຫຼັກເມກລອຍ ຢູ່ເທິງທ້ອງຟ້າ, ໃບໄມ້ ເບິ່ງຄືວ່າ ຈະເບີກບານ ໄດ້ສະແດງ ອອກຜ່ານເຄື່ອງປັ້ນດິນເຜົາ ທີ່ສວຍງາມ.
ເຖິງວ່າ ຈະມີການຜັນແປ ໄປຫຼາຍຢ່າງກໍ່ຕາມ, ແຕ່ເຄື່ອງປັ້ນດິນເຜົາ ຫຼາຍທ່ຽວ ຍັງຄົງຮັກສາຄວາມງາມແບບດັ້ງເດີມ, ຍັງຄົງຮັກສາບັນດາຈຸດເດັ່ນຂອງຕົນໃນຂະບວນ ການດຳລົງຊີວິດ ແລະ ພັດທະນາມາຮອດປັດຈຸບັນ.
ປະຕິບັດ: VNP/ທົງຫາຍ -ແປໂດຍ: ຟືຢຽນ