ວັດທະນະທຳ

ຊື່ນຊົມ ຮ່າໂນ້ຍ ຈາກມຸມສູງ

ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2025), ຮູບເງົາ “ຮ່າໂນ້ຍ ຈາກເບື້ອງເທິງ” ໄດ້ອອກເຜີຍແຜ່ເປັນຂອງຂວັນທີ່ມີຄວາມໝາຍເຖິງສາທາລະນະຊົນ, ປະກອບສ່ວນເຊີດຊູຄວາມງາມທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງອາລະຍະທຳນັບພັນປີ. ຈາກ​ທັດ​ສະ​ນະ​ທີ່​ກ່າວ​ມາ​ຂ້າງ​ເທິງ, ຮ່າ​ໂນ້ຍ​ ປະກົດ​ມີ​ທັງ​ວັດ​ຖຸ​ບູ​ຮານ ແລະ ທັນ​ສະ​ໄໝ, ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ​ຂອງ​ນະ​ຄອນຫຼວງ.
ວັດ​ ຫງອກ​ເຊີນ, ຕັ້ງ​ຢູ່​ກາງ​ໜອງ ​ຮ​ວ່ານ​ກຽມ, ໄດ້​ຮັບ​ຖື​ວ່າ ​ແມ່ນ​ສັນ​ຍາ​ລັກ​ວັດ​ທະ​ນະ​ທຳ​ຂອງ ຮ່າ​ໂນ້ຍ ມາ​ແຕ່​ດົນ​ນານ.
 ຂົວ ເທຮຸ໋ກ, ວັດ ຫງອກເຊີນ, ເປັນສັນຍາລັກ ວັດທະນະ ທຳ, ຈິດວິນຍານ ຂອງ ຮ່າໂນ້ຍ.

 

ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2025), ຮູບເງົາ “ຮ່າໂນ້ຍ ຈາກເບື້ອງເທິງ” ໄດ້ອອກເຜີຍແຜ່ເປັນຂອງຂວັນທີ່ມີຄວາມໝາຍເຖິງສາທາລະນະຊົນ, ປະກອບສ່ວນເຊີດຊູຄວາມງາມທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງອາລະຍະທຳນັບພັນປີ. ຈາກ​ທັດ​ສະ​ນະ​ທີ່​ກ່າວ​ມາ​ຂ້າງ​ເທິງ, ຮ່າ​ໂນ້ຍ​ ປະກົດ​ມີ​ທັງ​ວັດ​ຖຸ​ບູ​ຮານ ແລະ ທັນ​ສະ​ໄໝ, ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ​ຂອງ​ນະ​ຄອນຫຼວງ.
ໂຮງລະຄອນໃຫຍ່ ຮ່າໂນ້ຍ ສະຖາປັດຕະຍະກໍາ ຝຣັ່ງ ບູຮານ ທີ່ສະຫງ່າງາມໃນໃຈກາງຕົວເມືອງ.
ພາບລວມ ຂອງ ວັນມ້ຽວ ກວກຕື໋ຢາມ ບ່ອນກໍາ ເນີດ ຂອງ ການຮຽນຮູ້ ແລະ ສັນຍາລັກວັດທະນະທຳ ທັງລອງ.
 

ເບິ່ງຈາກມຸມສູງ, ຮ່າໂນ້ຍ ປາກົດໃຫ້ເຫັນທັງຄວາມເກົ່າແກ່ ແລະ ທັນສະໄໝ ເປັນເມືອງປະຫວັດສາດ ແລະ ຈັງຫວະຊີ ວິດ ປັດຈຸບັນ ປະສົມປະສານ ເຂົ້າກັນຢ່າງໜ້າຫຼົງໄຫຼ. ຊຸດພາບ “ເບິ່ງຮ່າໂນ້ຍ ຈາກມຸມສູງ” ຈະພາຜູ້ຊົມໄປສໍາຜັດ ຮ່າໂນ້ຍ ທ່ີສວຍງາມ ຕະການ ແລະ ເຕັມໄປດ້ວຍຄວາມຮູ້ສຶກ. ຈາກບັນ ດາສະຖານທີ່ປະຫວັດສາດ, ໜອງນໍ້າສີຄາມ, ບັນດາຂົວຂ້າມແມ່ ນໍ້າແດງ ຈົນເຖິງຈັງຫວະ ຊີວິດ ທີ່ຄຶກຄື້ນ ຕາມທ້ອງຖະໜົນ, ທັງໝົດລ້ວນແຕ່ປະສົມປະສານກັນ ກາຍເປັນພາບທີ່ກົມ ກຽວ ກັນລະຫວ່າງອະດີດ ແລະ ປັດຈຸບັນ. ນັ້ນຄື ຮ່າໂນ້ຍ ແຫ່ງຄວາມຊົງຈຳ ແລະ ອະນາຄົດ, ບ່ອນທີ່ທຸກມຸມມອງ ລ້ວນແຕ່ເປີດອອກເປັນເລື່ອງເລົ່າ, ຄວາມຮູ້ສຶກທີ່ບໍ່ອາດລືມໄດ້ສຳ ລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ການສະແດງ ເຮລີຄອບເຕີ ຖືທຸງຊາດ ແລະ ທຸງພັກ ເທິງທ້ອງຟ້າ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມ ສະຫຼອງ ຄົບຮອບ 80 ປີ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ (2/9/1945 - 2/9/2025).
 
 
ຖະໜົນ ແທັງນຽນ.
ສີ່ແຍກ ຈ່າງທີ ຮ່າງບ່າຍ, ບ່ອນຈັງຫວະຊີວິດ ໃນຕົວເມືອງທີ່ຄຶກຄື້ນ ຕາມທ້ອງຖະໜົນ ປາກົດໃຫ້ເຫັນ.
ຂົວ ວິ໊ງຕຸຍ ໂຄງການທັນສະໄໝ ທີ່ປະກອບສ່ວນ ເຮັດໃຫ້ການຄົມມະນາຄົມ ໃນຕົວເມືອງສົມບູນແບບ.

ປະຕິບັດໂດຍ: ຢາງຣຸຍ - ແປໂດຍ: ຢືຟຽນ


top