ຂ່າວສານ

ຊີ​ເກມ 32, ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ​ຖືກຈັດ​ອັນ​ດັບ​ທີ 4 ໃນ​ທົ່ວ​ຄະ​ນະ​ນັກ​ກິ​ລາ

ໄລ່ຮອດເວລາ 21 ໂມງ 30 ນາທີຂອງວັນທີ 7 ພຶດສະພາ, ຫວຽດນາມ ຢືນອັນດັບທີ 4 ໃນຕາຕະລາງຈັດອັນດັບ, ດ້ວຍຫຼຽນຄຳ 15 ຫຼຽນ. ປະເທດ ກຳປູເຈຍ ນຳໜ້າດ້ວຍ 29 ຫຼຽນ, ຖັດຈາກນັ້ນແມ່ນ ໄທ (16 ຫຼຽນ) ແລະ ອິນໂດເນເຊຍ ( 16 ຫຼຽນ).
  ທິມນັກກິລາລອຍນ້ຳ ຂອງ ຫວຽດນາມ ທີ່ຍາດໄດ້ຫຼຽນຄຳໃນ ຊີເກມ 32 ນີ້ (ພາບ: VNN)  

ສິ້ນສຸດມື້ແຂ່ງຂັນຂອງວັນທີ 7 ພຶດສະພາ ໃນຂອບເຂດຂອງງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32  (ຊີເກມ 32) ທີ່ພວມດຳເນີນຢູ່ ກຳປູເຈຍ, ຄະນະນັກກິລາ ຫວຽດນາມ ຍາດໄດ້ຫຼຽນຄຳທັງໝົດ 9 ຫຼຽນ, ໃນນັ້ນ ມີບາງປະເພດກິລາຍາດໄດ້ຫຼຽນຄຳຄັ້ງປະຫວັດສາດ.

        ໃນກິລາປະເພດບານບ້ວງ ຍິງ ລາຍການ 3*3, ທິມກິລາ ຫວຽດນາມ ເອົາຊະນະ ຟິລິບປິນ ແລະ ຍາດໄດ້ຫຼຽນຄຳເປັນຄັ້ງທຳອິດໃນປະຫວັດສາດຊີເກມ. ນັກລອຍນ້ຳ ຟານແທງບາວ ສືບຕໍ່ສ້າງຜົນງານສະຖິຕິ ຊີເກມ ດ້ວຍ 1 ນາທີ 0,97 ວິນາທີ ໃນລາຍການລອຍກົບຊາຍ 100 ເມັດ ລອຍກົບຊາຍ. ທິມລອຍນ້ຳຕໍ່ກຳລັງ 4*200 ແມັດ ເພດຊາຍ ແລະ ນັກມວຍ Jujitsu ດາວຮົ່ງເຊີນ ກໍໄດ້ຍາດໄດ້ຫຼຽນຄຳໃນ ຊີເກມ 32 ນີ້.

        ໄລ່ຮອດເວລາ 21 ໂມງ 30 ນາທີຂອງວັນທີ 7 ພຶດສະພາ, ຫວຽດນາມ ຢືນອັນດັບທີ 4 ໃນຕາຕະລາງຈັດອັນດັບ, ດ້ວຍຫຼຽນຄຳ 15 ຫຼຽນ. ປະເທດ ກຳປູເຈຍ ນຳໜ້າດ້ວຍ 29 ຫຼຽນ, ຖັດຈາກນັ້ນແມ່ນ ໄທ (16 ຫຼຽນ) ແລະ ອິນໂດເນເຊຍ ( 16 ຫຼຽນ).

 


top