ຂ່າວສານ

ຊີ​ເກມ 32: ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ຍາດ​ໄດ້​ຜົນ​ງານ​ບຸກ​ທະ​ລຸ, ກາຍ​ເປັນ​ຄະ​ນະ​ຢືນ​ອັນ​ດັບ​ທີ 1 ທົ່ວ​ຄະ​ນະ

ໄລ່ຮອດ 12 ໂມງ ຂອງວັນທີ 13 ພຶດສະພາ, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບ ດ້ວຍຫຼຽນຄຳທັງໝົດ 75 ຫຼຽນ.
ນັກກິລາ Aerobic ຟານເຖຢາຫຽນ ຍາດໄດ້ຫຼຽນຄຳ ໃນຊີເກມ 32 (ພາບ: TTXVN)

ດ້ວຍຫຼຽນຄຳ 13 ຫຼຽນ, ຫຼຽນເງິນ 10 ຫຼຽນ ແລະ ຫຼຽນທອງ 6 ຫຼຽນ ທີ່ຍາດມາໄດ້ໃນມື້ແຂ່ງຂັນວັນທີ 12 ພຶດສະພາ  ແລະ ຫຼຽນຄຳ 4 ຫຼຽນ ໃນຕອນເຊົ້າວັນທີ 13 ພຶດສະພາ ຂອງງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (ຊີເກມ 32) ເຊິ່ງພວມດຳເນີນຢູ່ ກຳປູເຈຍ, ຄະນະນັກກິລາ ຫວຽດນາມ ບັນລຸໄດ້ຜົນງານບຸກທະລຸໃນຕາຕະລາງຈັດອັນດັບຫຼຽນຂອງງານມະຫາກຳກິລາຄັ້ງນີ້.

ໄລ່ຮອດ 12 ໂມງ ຂອງວັນທີ 13 ພຶດສະພາ, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບ ດ້ວຍຫຼຽນຄຳທັງໝົດ 75 ຫຼຽນ.


top