ຂ່າວສານ

ຊີດ​ຊູ​ຜູ້​ບໍ​ລິ​ຈາກ​ເລືອດ 100 ຄົນ​ໃນ​ທົ່ວ​ປະ​ເທດ

ທ່​ານ ເຈິ່ນ​ແທັ​ງ​ເໝິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຮຽກ​ຮ້ອງ​ຂະ​ແໜງ​ການ​ແພດ, ບັນ​ດາອົງ​ການ​ທີ່​ກ່ຽວ​ຂ້ອງ ຕ້ອງ​ເປັນ​ເຈົ້າ​ການ​ສ້າງ​ຍຸດ​ທະ​ສາດ​ໄລ​ຍະ​ຍາວ​​ກ່ຽວ​ກັບ​ການ​ບໍ​ລິ​ຈາກ​ເລືອດ​ມະ​ນຸດ​ສະ​ທຳ, ປະ​ຕິ​ບັດ​ມະ​ຕິ​ຂອງ​ກົມ​ການ​ເມືອງ​, ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ​ກ່ຽວ​ກັບ​ມາດ​ຕະ​ການ​ບຸກ​ທະ​ລຸ.
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ກ່າວ​ຄຳ​ເຫັນ​ທີ່ພິ​ທີ (ພາບ: VOV)  

ພິ​ທີ​ເຊີດ​ຊູ​ຜູ້​ສະ​ໝັກ​ໃຈບໍ​ລິ​ຈາກ​ເລືອດທີ່​​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ປີ 2026 ໂດຍ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ຂົນ​ຂວາຍ​​ການບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ ຈັດ​ຂຶ້ນ, ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 9 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ພິ​ທີ​ເຊີດ​ຊູ​ມີ​100 ຄົນເຊິ່ງ​ແມ່ນ​ຕົວ​ແທນທີ່​ດີ​ເດັ່ນ​ໃຫ້​ແກ່​ຜູ້​ສະ​ໝັກ​ໃຈ​ບໍ​ລິ​ຈາກ​ເລືອດ​ນັບ​ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່​ານ ເຈິ່ນ​ແທັ​ງ​ເໝິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ຮຽກ​ຮ້ອງ​ຂະ​ແໜງ​ການ​ແພດ, ບັນ​ດາອົງ​ການ​ທີ່​ກ່ຽວ​ຂ້ອງ ຕ້ອງ​ເປັນ​ເຈົ້າ​ການ​ສ້າງ​ຍຸດ​ທະ​ສາດ​ໄລ​ຍະ​ຍາວ​​ກ່ຽວ​ກັບ​ການ​ບໍ​ລິ​ຈາກ​ເລືອດ​ມະ​ນຸດ​ສະ​ທຳ, ປະ​ຕິ​ບັດ​ມະ​ຕິ​ຂອງ​ກົມ​ການ​ເມືອງ​, ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ​ກ່ຽວ​ກັບ​ມາດ​ຕະ​ການ​ບຸກ​ທະ​ລຸ, ເພີ່ມ​ທະ​ວີ​ການ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ ແລະ ຍົກ​ສູ​ງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນຢ່າງ​ມີ​ປະ​ສິດ​ທິ​ຜົນ.

ເພື່ອ​ໃຫ້​ຂະ​ບວນ​ການ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ນັບ​ມື້​ນັບ​ແຜ່​ລາມ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ຈະ​ສືບ​ຕໍ່​ສຳຫຼວດກວດ​ກາ, ປັບ​ປຸງ​ບັນ​ດາ​ນະ​ໂຍ​ບາຍ, ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​​ເຖິງ​ການ​ແພດ, ມະ​ນຸດ​ສະ​ທຳ ແລະ ການ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ໃຫ້​ສົມ​ບູນ​ແບບ. ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້​ບໍ​ລິ​ຈາກ​ເລືອດ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​​ເພື່ອໃຫ້​​ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ທະ​ສຳ​ພັດ​ທະ​ນາ​ຖືກ​ທິດ, ໂປ່ງ​ໃສ ແລະ ມີ​ປະ​ສິດ​ທິ​ຜົນ.


top