ຂ່າວສານ

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມຸ່​ງ​ໄປ​ເຖິງ​ປະ​ຊາ​ຊົນ​ເຂດ​ພາກ​ກາງ

ວັນທີ 23 ຕຸລາ, ຄະນະປະສານງານ ພຸດທະສາສະໜາ ຫວຽດນາມ ປະຈຳລາວ, ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ແລະ ວັດເຟິດຕິກ - ວຽງຈັນໄດ້ສົມທົບກັນຈັດຕັ້ງພິທີ ສວດມົນພາວະນາໃຫ້ແກ່ບັນດາພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ປະຊາຊົນເຂດພາກທາງທີ່ເສຍຊີວິດໃນເຫດການເກີດພາຍຸນ້ຳຖ້ວມ. ພ້ອມທັງປຸກລະດົມການບໍລິຈາກ, ສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງທີ່ຖືກຜົນເສຍຫາຍຈາກພາຍຸນ້ຳຖ້ວມ.

ການນຳສະຖານທູດຫວຽດນາມປະຈຳສ.ເຊັກໂກ ຮັບຈຳນວນເງິນບໍລິຈາກໃຫ້ແກ່ພໍ່ແມ່ປະຊາຊົນເຂດພາກກາງ ຈາກການນຳສະມາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ

ພາຍໃຕ້ການເປັນປະທານຂອງເຈົ້າອາວາດວັດ ທິກມິງກ໋ວາງ, ຫົວໜ້າຄະນະປະສານງານ ພຸດທະສາສະໜາ ຫວຽດນາມ ປະຈຳລາວ, ບັນດາຜູ້ແທນ ແລະ ພໍ່ແມ່ປະຊາຊົນ, ພຸດທະສາສະນິກະຊົນໄດ້ຖະຫວາຍທູບທຽນ ແລະ ດອກໄມ້, ພາວະນາໃຫ້ດວງວິນຍານຂອງບັນດາພະນັກງງານ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນຂະນະທີ່ພວມປະຕິບັດໜ້າທີ່ ແລະ ພໍ່ແມ່ປະຊາຊົນ ຢູ່ເຂດພາກກາງທີ່ເສຍຊີວິດຍ້ອນພາຍຸນ້ຳຖ້ວມໃນ 2 ອາທິດຜ່ານມານັ້ນ ໃຫ້ໄປສູ່ສຸຂະຕິພົບ, ພາວະນາໃຫ້ປະເທດຊາດມີຄວາມສະຫງົບ ປະຊາຊົນຢູ່ເຢັນເປັນສຸກ, ດິນຟ້າອາກາດເອື້ອອຳນວຍ, ໄພທຳມະຊາດຜ່ານພົ້ນໄປໂດຍໄວ. ທ່ານນາງ ຫງວຽນທິຮວາ ຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນແບ່ງປັນວ່າ:

ເມື່ອຄິດເຖິງພໍ່ແມ່ປະຊາຊົນຢູ່ພາກກາງທີ່ປະສົບໄພນ້ຳຖ້ວມນັ້ນ, ພໍ່ແມ່ປະຊາຊົນ, , ພຸດທະສາສະນິກະຊົນຢູ່ລາວໄດ້ມີຈິດໃຈເຫຼື້ອມໃສສັດທາ, ບໍລິຈາກ, ແບ່ງປັນຄວາມເຈັບປວດກັບພໍ່ແມ່ປະຊາຊົນ, ພາລະນາໃຫ້ພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມ ແລະ ການດຳລົງຊີວິດກັບຄືນສູ່ປົກກະຕິໂດຍໄວ ແລະ ຄິດວ່າ, ຍາມໃດພໍ່ແມ່ປະຊາຊົນ ຫວຽດນາມອາໄສຢູ່ວຽງຈັນກໍ່ມຸ່ງໄປສູ່ພາກກາງຫວຽດນາມທີ່ຮັກແພງ.

        ແລະ ກໍ່ໃນວັນດຽວກັນ, ປະຊາຄົມຊາວຫວຽດນາມອາໄສຢູ່ສ.ເຊັກໂກ ກໍ່ໄດ້ບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມເປັນຈຳນວນເງິນກ່ວາ 1 ຕື້ ດົງ.

(ແຫຼ່ງຄັດຈາກ VOV)


top