ຂ່າວສານ

ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”

ໂຄງການໄດ້ດຳເນີນໃນລະຫວ່າງປີ 2023 – 2025 ຢູ່ 28 ແຂວງ, ນະຄອນຕິດກັບທະເລ ແຕ່ກ໋ວາງນາມ ຈົນຮອດກຽນຢາງ. ແຕ່ລະທ້ອງຖິ່ນ, ໂຄງການຈະມອບຂອງຂວັນ ໃຫ້ຊາວປະມົງ 200 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ.
  ພິທີ ເປີດຕົວໂຄງການ “ພ້ອມກັບຊາວປະມົງດັງໄຟຢູ່ທະເລ”   

ຕອນຄ່ຳວັນທີ 7 ເມສາ, ຢູ່ນະຄອນໂຮ່ຈີມິນ, ໜັງສືພິມ ຟາບລວດ (ກົດໝາຍ) ນະຄອນໂຮ່ຈີມິນ ໄດ້ເປີດຕົວໂຄງການ “ພ້ອມກັບຊາວປະມົງດັງໄຟຢູ່ທະເລ”. ໂຄງການໄດ້ດຳເນີນໃນລະຫວ່າງປີ 2023 – 2025 ຢູ່ 28 ແຂວງ, ນະຄອນຕິດກັບທະເລ ແຕ່ກ໋ວາງນາມ ຈົນຮອດກຽນຢາງ. ແຕ່ລະທ້ອງຖິ່ນ, ໂຄງການຈະມອບຂອງຂວັນ ໃຫ້ຊາວປະມົງ 200 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ. ກ່າວຄຳເຫັນທີ່ໂຄງການ, ທ່ານ ຟານງວຽນຍືເຄວ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກນະຄອນໂຮ່ຈີມິນຖືວ່າ ໂຄງການແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ. ທ່ານກ່າວ່າ:

ຂ້າພະເຈົ້າຫວັງວ່າໂຄງການ “ພ້ອມກັບຊາວປະມົງດັງໄຟຢູ່ທະເລ” ຈະແຜ່ຂະຫຍາຍສານທີ່ຕັ້ງໜ້າທີ່ສຸດຂອງຕົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຍົກສູງການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວປະມົງ, ຍົກສູງຄວາມຮັບຮູ້ດ້ານກົດໝາຍໃຫ້ແກ່ປະຊາຊົນເວົ້າລວມ  ແລະ ຊາວປະມົງເວົ້າສະເພາະ ເມື່ອໄປຫາປາຢູ່ທະເລ.

 


top