ຂ່າວສານ

ຊາວໜຸ່ມ ອາຊຽນ ສະເໜີມາດຕະການຮ່ວມແຮງຮ່ວມໃຈເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ

      ທີ່ບັນດາວາລະປະຊຸມ, ຜູ້ແທນໄດ້ປຶກສາຫາລືກ່ຽວກັບໝາກຜົນການຮ່ວມມືຊາວໜຸ່ມ ອາຊຽນ ປີ 2021, ບັນດາບຸລິມະສິດຮ່ວມມືຊາວໜຸ່ມ ອາຊຽນ, ອາຊຽນ + ໃນໄລຍະຈະມາເຖິງ, ຄວາມມານະພະຍາຍາມຂອງ ອາຊຽນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19
(ລາຍການພົບປະດຳເນີນໃນລະຫວ່າງວັນທີ 09 – 10 ທັນວາ)
      ວັນທີ 09 ທັນວາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບຄະນະເລຂາອາຊຽນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ລາຍການພົບປະແລກປ່ຽນລະຫວ່າງນັກການທູດໜຸ່ມ ອາຊຽນ ຄັ້ງທີ 2 ປີ 2021 ດ້ວຍຫົວຂໍ້ “ຊາວໜຸ່ມ ອາຊຽນ ຮ່ວມແຮງຮ່ວມໃຈຍູ້ຖອຍໂຄວິດ-19 ເພື່ອປະຊາຄົມ ອາຊຽນ ວັດທະນາຖາວອນ”. ລາຍການພົບປະນີ້ດຳເນີນໃນລະຫວ່າງວັນທີ 09 – 10 ທັນວາ ທັງໂດຍກົງ  ແລະ ທາງໄກ, ດ້ວຍວາລະຄົບຄະນະ 2 ຄັ້ງ ແລະ ວາລະປຶກສາຫາລືກຸ່ມ 1 ຄັ້ງ.
        ທີ່ບັນດາວາລະປະຊຸມ, ຜູ້ແທນໄດ້ປຶກສາຫາລືກ່ຽວກັບໝາກຜົນການຮ່ວມມືຊາວໜຸ່ມ ອາຊຽນ ປີ 2021, ບັນດາບຸລິມະສິດຮ່ວມມືຊາວໜຸ່ມ ອາຊຽນ, ອາຊຽນ + ໃນໄລຍະຈະມາເຖິງ, ຄວາມມານະພະຍາຍາມຂອງ ອາຊຽນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ຄວາມມານະພະຍາຍາມລວມຂອງບັນດາປະເທດ ອາຊຽນ ສຳລັບບັນຫາແຮງງານ ແລະ ຮັບປະກັນຊີວິດສັງຄົມໃຫ້ກຸ່ມມີຄວາມສ່ຽງສູງ; ຂໍ້ລິເລີ່ມກ່ຽວກັບເຄືອຂ່າຍແພດໝໍຮ່ວມເດີນທາງ” ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ; ການເຄື່ອນໄຫວອາສາສະໝັກໃນສະພາບໂລກລະບາດໂຄວິດ-19 ຢູ່ພາກພື້ນ ອາຊີ - ປາຊີຟິກ ມີການຜັນແປຢ່າງສັບສົນ; ສ້າງມາດຕະການຮ່ວມແຮງຮ່ວມໃຈໜູນຊ່ວຍຊາວໜຸ່ມບັນດາປະເທດ ອາຊຽນ ຜ່ານຜ່າໂລກລະບາດ, ກ້າວເຂົ້າສູ່ໄລຍະຫຼັງໂຄວິດ-19.
(ແຫຼ່ງຄັດຈາກ VOV)


top