ຂ່າວສານ

ຊາວແຂວງ ບິ່ງດິ້ງ ແຕ່ລະຄົນ ຕ່າງກໍແມ່ນທູດການທ່ອງທ່ຽວ

      ຕອນເຊົ້າວັນທີ 8 ກໍລະກົດ, ພະແນກທ່ອງທ່ຽວແຂວງ ບິ່ງດິງ ໄດ້ປຸກລະດົມລາຍການ ຊາວແຂວງ ບິ່ງດິ້ງ ແຕ່ລະຄົນ ຕ່າງກໍແມ່ນທູດການທ່ອງທ່ຽວ”.

ພິທີປຸກລະດົມລາຍການ “ຊາວແຂວງ ບິ່ງດິ້ງ ແຕ່ລະຄົນ ຕ່າງກໍແມ່ນທູດການທ່ອງທ່ຽວ”(ພາບ: TTXVN)
      ພາຍຫຼັງພິທີປຸກລະດົມ, ສະມາຊິກຊາວໜຸ່ມ, ປະຊາຊົນ ກວ່າ 200 ຄົນ ໄດ້ເຂົ້າຮ່ວມການເຮັດອະນາໄມຫາດຊາຍທະເລນະຄອນ ກຸຍເຍີນ, ຂີ່ລົດຖີບເພື່ອປຸກລະດົມປະຊາຊົນເຂົ້າຮ່ວມຕາມເສັ້ນທາງສາຍຕ່າງໆຢູ່ໃຈກາງນະຄອນ ກຸຍເຍີນ.
        ສານຂອງຄະນະຈັດຕັ້ງລາຍການດັ່ງກ່າວ ແມ່ນຮຽກຮ້ອງໃຫ້ປະຊາຊົນຮັກສາອະນາໄມສິ່ງແວດລ້ອມ, ຮູບພາບ “ກຸຍເຍີນ - ນະຄອນທ່ອງທ່ຽວສະອາດ ອາຊຽນ 2020”, ຂົນຂວາຍບັນດາຮາກຖານດໍາເນີນທຸລະກິດການບໍລິການທ່ອງທ່ຽວ ຮ່ວມແຮງຮ່ວມໃຈກໍ່ສ້າງແຂວງ ບິ່ງດິ້ງ ກາຍເປັນສະຖານທີ່ທ່ອງທ່ຽວທີ່ປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະ ຮັກແພງແຂກຄົນ.  ທ່ານ ຫງວຽນວັນຢຸງ, ຫົວໜ້າພະແນກທ່ອງທ່ຽວແຂວງ ບິ່ງດິ້ງ ຖືວ່າ:
        “ພວກຂ້າພະເຈົ້າຖືວ່າ ການປຸກລະດົມຂອງລາຍການ ຊາວແຂວງ ບິ່ງດິ້ງ ແຕ່ລະຄົນ ຕ່າງກໍແມ່ນທູດການທ່ອງທ່ຽວແມ່ນການເຊີດຊູ, ປະກອບສ່ວນຂອງປະຊາຊົນ ບິ່ງດິ້ງ ເຂົ້າໃນການຮ່ວມແຮງຮ່ວມໃຈພັດທະນາຂະແໜງການທ່ອງທ່ຽວ. ເຮັດການທ່ອງທ່ຽວ ບໍ່ພຽງແຕ່ແມ່ນໜ້າທີ່ຂອງຂະແໜງທ່ອງທ່ຽວເທົ່ານັ້ນ ຫາກຍັງຕ້ອງການມີການຮ່ວມແຮງຮ່ວມໃຈ, ປະກອບສ່ວນຂອງທັງວົງຄະນະຍາດຊຸມຊົນອີກດ້ວຍ”.
 (ແຫຼ່ງຄັດຈາກ VOV)


top