ຂ່າວສານ

ຊາວຫວຽດນາມອາໄສຢູ່ຫລາຍປະເທດໃນໂລກຈັດຕັ້ງລາຍການພົບປະສັງສັນ ແລະ ຕ້ອນຮັບບຸນເຕັດ2018

      ຕອນຄ່ຳວັນທີ 3 ກຸມພາ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດ 2018 ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ພ້ອມກັບພະນັກງານ, ນັກຮຽນ ນັກສຶກສາຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ ເປັນຈຳນວນຫລວງຫລາຍ. 

ຊາວຫວຽດນາມຢູ່ຍີ່ປຸ່ນຕ້ອນຮັບບຸນເຕັດ
ພາບ:vietnam+
      ກ່າວຄຳເຫັນໄຂລາຍການ, ທ່ານ ຫງວຽນກວັກເກື່ອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຍີ່ປຸ່ນ ໄດ້ທົບທວນຄືນຈຸດທີ່ພົ້ນເດັ່ນໃນການພົວພັນສອງຝ່າຍໃນປີ 2017, ພິເສດ ແມ່ນການຢ້ຽມຢາມຂັ້ນສູງຂອງການນຳສອງປະເທດ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດໄດ້ພັດທະນາຢ່າງແຮງ, ຮອບດ້ານ ແລະ ແທດຈິງ.
ຕອນຄ່ຳວັນດຽວກັນ, ທີ່ ສູນການຄ້າ ຮ່າໂນ້ຍ ຢູ່ ນະຄອນຫລວງ ມົດສະກູ ປະເທດລັດເຊຍ ໄດ້ດຳເນີນລາຍການສິລະປະ “ຂ່ຳນັບຮັບຕ້ອນລະດູບານໃຫມ່ປີຈໍ” ໂດຍສະຖານທູດຫວຽດນາມ ປະຈຳລັດເຊຍ ສົມທົບກັບສະມາຄົມຊາວຫວຽດນາມອາໄສຢູ່ລັດເຊຍ ແລະ ບໍລິສັດ INCENTRA ຈັດຕັ້ງ.
 (ແຫຼ່ງຄັດຈາກ VOV)

top