ຂ່າວສານ

ຊາວຫວຽດນາມປະຕິບັດລະບຽບວິໄນໄດ້ດີກວ່າ ໃນການຕ້ານໂລກລະບາດໂຄວິດ - 19

      ການປະຕິບັດລະບຽບວິໄນຂອງປະຊາຊົນ ແມ່ນຂໍ້ກຸນແຈພາໄປເຖິງຜົນສໍາເລັດຂອງຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19.

ທ່ານ Airlangga Hartarto ລັດຖະມົນຕີປະສານງານເສດຖະກິດ ອິນໂດເນເຊຍ  (ພາບ: Fakta.news)
              ທ່ານ Airlangga Hartarto ລັດຖະມົນຕີປະສານງານເສດຖະກິດ ອິນໂດເນເຊຍ ໃຫ້ຂໍ້ສັງເກດວ່າ ການປະຕິບັດລະບຽບວິໄນຂອງປະຊາຊົນ ແມ່ນຂໍ້ກຸນແຈພາໄປເຖິງຜົນສໍາເລັດຂອງຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ - 19. ຕາມທ່ານ Airlangga Hartarto ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ສາມາດແກ້ໄຂບັນຫາໂລກລະບາດໂຄວິດ - 19 ໄດ້ສໍາເລັດຜົນດີທີ່ສຸດໃນໂລກ, ເມື່ອບໍ່ມີຜູ້ຕິດເຊື້ອເສຍຊີວິດ ແລະ ອິນໂດເນເຊຍ ອາດຈະຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກຫວຽດນາມ”. ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີ Airlangga Hartarto ຖືວ່າ, ອິນໂດເນເຊຍ ຍາກທີ່ຈະປະຕິບັດໄດ້ບັນດາມາດຕະການຄືກັບຫວຽດນາມ ຍ້ອນຫຼາຍບັນຫາ, ລະອຽດແມ່ນ “ການປະຕິບັດລະບຽບວິໄນຂອງວົງຄະນະຍາດ”. ທ່ານ ກໍຖືວ່າ ຖ້າຫາກວົງຄະນະຍາດປະຕິບັດບັນດາຂໍ້ກໍານົດໃນການແຍກຫ່າງໃນສັງຄົມ ໄດ້ຢ່າງເຂັ້ມງວດນັ້ນ ໂລກລະບາດຈະສິ້ນສຸດໂດຍໄວ. ທ່ານກໍໄດ້ຍົກອອກບາງຕົວຢ່າງຂອງຫວຽດນາມ ເມື່ອລັດຖະບານຫວຽດນາມປະຕິບັດການແຍກຫ່າງໃນສັງຄົມ, ປະຊາຊົນປະຕິບັດໄດ້ເປັນຢ່າງດີ,ໃສ່ຜ້າອັດປາກ ເມື່ອອອກໄປຂ້າງນອກ ແລະ ບໍ່ເຕົ້າໂຮມກັນຫຼາຍຄົນ. ບາງຂົງເຂດເສດຖະກິດຍັງຄົງຮັກສາໄດ້, ຫຼຸດຜ່ອນການແລກປ່ຽນ, ຊໍາລະດ້ວຍເງິນສົດ ເພື່ອຈໍາກັດການສໍາຜັດລະຫວ່າງຄົນກັບຄົນ.
(ແຫຼ່ງຄັດຈາກ VOV)


top