ຂ່າວສານ

“ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈ ກໍ່ສ້າງບ້ານເກີດເມືອງນອນເພື່ອເຊື່ອມໂຍງ ແລະ ພັດທະນາ”

      ກອງປະຊຸມ ແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດ ໄດ້ແບ່ງປັນບັນດາບົດຮຽນ ເມື່ອກັບມາລົງທຶນ, ດໍາເນີນທຸລະກິດ ຢູ່ພາຍໃນປະເທດ ພ້ອມທັງແລກປ່ຽນບັນດາມາດຕະການ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບມາລົງທຶນ, ດໍາເນີນທຸລະກິດ ຢູ່ບັນດາທ້ອງຖ່ິນ. 
      ກອງປະຊຸມ “ເຊື່ອມຕໍ່ລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຊາວຫວຽດນາມ ຢູ່ທ້ອງຖິ່ນ” ດ້ວຍຫົວຂໍ້ວ່າ “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈ ກໍ່ສ້າງບ້ານເກີດເມືອງນອນເພື່ອເຊື່ອມໂຍງ ແລະ ພັດທະນາ”, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ທັນວາ ຢູ່ແຂວງເງະອານ. ກອງປະຊຸມ ໂດຍຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ສົມທົບກັບ ຄະນະກໍາມະການປະຊາຊົນແຂວງເງະອານ ຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງ ຊາວຫວຽດນາມ ອາໄສຢູ່ບັນດາປະເທດຕ່າງໆໃນໂລກ 200 ຄົນ ໄດ້ພ້ອມກັນປຶຶກສາຫາລືກ່ຽວກັບກາລະໂອກາດການລົງທຶນ, ດໍາເນີນທຸລະກິດຢູ່ບັນດາທ້ອງຖິ່ນ, ພ້ອມກັນຊຸກຍູ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງຫົວໜ້າ ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 
      ນີ້ແມ່ນຄັ້ງທໍາອິດ ທີ່ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈັດຕັ້ງກອງປະຊຸມ “ເຊື່ອມຕໍ່ລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບ ທ້ອງຖິ່ນ”. ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງຫົວໜ້າ ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່່າ:
ກອງປະຊຸມ ແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດ ໄດ້ແບ່ງປັນບັນດາບົດຮຽນ ເມື່ອກັບມາລົງທຶນ, ດໍາເນີນທຸລະກິດ ຢູ່ພາຍໃນປະເທດ ພ້ອມທັງແລກປ່ຽນບັນດາມາດຕະການ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບມາລົງທຶນ, ດໍາເນີນທຸລະກິດ ຢູ່ບັນດາທ້ອງຖ່ິນ. ນີ້ຍັງແມ່ນໂອກາດ ເພື່ອໃຫ້ບັນດາທ້ອງຖິ່ນ ແນະນໍາບັນດານະໂຍບາຍລົງທຶນ ກໍຄືແລກປ່ຽນກ່ຽວກັບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຂອງຕົນ ເພື່ອແນໃສ່ດຶງດູດ ແລະ ເສີມຂະຫຍາຍແຫຼ່ງກໍາລັງ ຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບມາລົງທຶນຢູ່ທ້ອງຖິ່ນຂອງຕົນເປັນຢ່າງດີກວ່າ.
        ໃນວາລະປຶກສາຫາລື ເມື່ອຕອນເຊົ້າວັນທີ 27 ທັນວາ, ກອງປະຊຸມຍັງໄດ້ເຕື້ອງເຖິງສອງຫົວເລື່ອງສະເພາະນັ້ນແມ່ນ “ປະຊາຄົມສາມັກຄີອວ່າຍໜ້າເມືອຫາບ້ານເມືອງນອນ, ປະເທດຊາດ” ແລະ “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈ ກໍ່ສ້າງບ້ານເກີດເມືອງນອນເພື່ອເຊື່ອມໂຍງ ແລະ ພັດທະນາ”
 (ແຫຼ່ງຄັດຈາກ VOV)

top