ຂ່າວສານ

ຊາວຫວຽດນາມ ຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີກຸນ ຢ່າງຟົດຟື້ນມ່ວນຊືນ

      ບັນຍາກາດຕ້ອນຮັບປີໃໝ່ ຢູ່ບໍລິເວນໜອງຮວ່ານກ໊ຽມ ຮ່າໂນ້ຍ ແມ່ນຟົດຟື້ນມ່ວນຊືນ
            ພ້ອມກັບບັນດາທ້ອງຖິ່ນໃນທົ່ວປະເທດ, ໃນຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຊາວນະຄອນຫຼວງຮ່າໂນ້ຍ ໄດ້ມີຄວາມມ່ວນຊືນ ແລະ ສະແດງຄວາມຫວັງ ເມື່ອກ້າວເຂົ້າສູ່ປີໃໝ່ ຈະມີຄວາມສົມບູນພູນສຸກ ແລະ ໄດ້ຮັບໄຊຊະນະໃໝ່.
        “ການຍິງບັ້ງໄຟດອກປີນີ້ ສວຍງາມແທ້, ປີໃໝ່ ອວຍພອນທຸກໆຄົນ ມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊືນຕະຫຼອດປີ”.
        “ຄອບຄົວຂ້າພະເຈົ້າ, ປີໃດ ກໍໄປຊົມການຍິງບັ້ງໄຟດອກ. ປີໃໝ່ອວຍພອນໃຫ້ທຸກໆຄົນ ມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ ແລະ ທຸກສິ່ງທຸກຢ່າງກໍຈະບັນລຸດັ່ງຫວັງ”.
        “ປີີໃໝ່່ ອວຍພອນໃຫ້ທຸກໆຄົນໃນຄອບຄົວ ແລະ ຊາວຫວຽດນາມ ທຸກໆຄົນ ປີໃໝ່ມີແດ່ຄວາມຈະເລີນກ້າວໜ້າ, ມີສຸຂະພາບເຂັ້ມແຂງ ແລະ ຜາສຸກ”.

ການຍິງບັ້ງໄຟຢູ່ໜອງເຕົາໃນຄໍ່າຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່  
      ອ້າຍໂງງອກດຽນ ຢູ່ເມືອງບາດິງ ແບ່ງປັນວ່າ,  ບັນຍາກາດຕ້ອນຮັບປີໃໝ່ ຢູ່ບໍລິເວນໜອງຮວ່ານກ໊ຽມ ຮ່າໂນ້ຍ ແມ່ນຟົດຟື້ນມ່ວນຊືນ, ຂ້າພະເຈົ້າໄດ້ເຫັນປະຈັກຕາການປ່ຽນແປງໃໝ່ຂອງນະຄອນ ໃນແຕ່ລະປີ.
        ບັນຍາກາດຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ແມ່ນຟົດຟື້ນມ່ວນຊືນທີ່ສຸດ, ລະດູບານໃໝ່ພວມວຽນມາ ມີຄວາມອົບອຸ່ນແທ້. ທຸກໆຄົນ ກໍລ້ວນແຕ່ຮູ້ສຶກວ່າ ນະຄອນຂອງພວກເຮົາ ພວມມີການພັດທະນາຢ່າງແຂງແຮງ. ຫວັງວ່າ ເມື່ອກ້າວເຂົ້າສູ່ປີໃໝ່, ທັງນະຄອນ ຈະສືບຕໍ່ພັດທະນາຍິ່ງກວ່າອີກ.
         ໃນຂະນະນັ້ນ, ຢູ່ນະຄອນໂຮ່ຈີີມິນ, ພິເສດແມ່ນ ໃນບໍລິເວນຖະໜົນດອກໄມ້ ຫງວຽນເຫວ້ ກໍແມ່ນສະຖານທີ່ດູດດື່ມທີ່ສຸດ ໃນຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ອ້າຍຫງວຽນດຶຶກແອັງ ຢູ່ເມືອງ ເຕີນຟຸ ໃຫ້ຮູ້ວ່າ:
        “ບຸນເຕັດປີກ່ອນໆນີ້, ຂ້າພະເຈົ້າ ບໍ່ເຄີຍມາທ່ຽວຊົມຢູ່ຖະໜົນຫງວຽນເຫວ້ ເພາະວ່າ ມີຄົນໜາແໜ້ນ, ແຕ່ໃນປີນີ້ ຂ້າພະເຈົ້າມີເພື່ອນສາວ, ດັ່ງນັ້ນ ກໍຢາກໄປທ່ຽວຊົມນໍາໝູ່. ມານີ້ ກໍຮູ້ສຶກໄດ້ເຖິງບັນຍາກາດບຸນເຕັດ ທີ່ຄຶກຄື້ນມ່ວນຊືນ ໃນທ່າມກາງບັນຍາກາດຕ້ອນຮັບປີໃໝ່ຂອງທັງຊາດ.
 (ແຫຼ່ງຄັດຈາກ VOV)


top