ຂ່າວສານ

ຊາວຫວຽດນາມ 370 ຄົນຈາກຢູແກຼນໄດ້ໄປຮອດ ຣູມານີ ຢ່າງປອດໄພ

ຄາດວ່າໃນວັນສຸກ ຫຼືຕ້ອນເຊົ້າວັນເສົາ ຈະມີຊາວຫວຽດນາມ ຈາກ ມົນດາວີໄປຍັງຣູມານີຕື່ມອີກປະມານ 200 ຄົນ. ປັດຈຸບັນ ມີບາງກໍລະນີກໍ່ພວມເດີນທາງໄປດ້ວຍພາຫະນະສ່ວນຕົວ, ສ່ວນຫຼາຍແມ່ນຈາກ Odessa, ຢູແກຼນ.
  ຊາວຫວຽດນາມ ໄປຍັງຣູມານີ (ພາບ: VOV)  

 ວັນທີ 3 ມີນາ, ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ຣູມານີ ໂດຍທ່ານເອກອັກຄະລັດຖະທູດ ດັ້ງເຈິ່ນຟອງນຳໜ້າ ໄດ້ນຳສົ່ງພໍ່ແມ່ປະຊາຊົນຊາວຫວຽດນາມ 190 ຄົນຈາກ ມົນດາວີ ໄປຍັງ ຣູມານີ ເພື່ອຫຼີກລ້ຽງການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ. ເປັນອັນວ່າ, ໄລ່ຮອດຕອນຄືນວັນທີ 3 ມີນາ, ມີຊາວຫວຽດນາມ 370 ຄົນ ໄດ້ໄປຮອດຣູມານີ ຢ່າງປອດໄພ.

ຄາດວ່າໃນວັນສຸກ ຫຼືຕ້ອນເຊົ້າວັນເສົາ ຈະມີຊາວຫວຽດນາມ ຈາກ ມົນດາວີໄປຍັງຣູມານີຕື່ມອີກປະມານ 200 ຄົນ. ປັດຈຸບັນ ມີບາງກໍລະນີກໍ່ພວມເດີນທາງໄປດ້ວຍພາຫະນະສ່ວນຕົວ, ສ່ວນຫຼາຍແມ່ນຈາກ Odessa, ຢູແກຼນ.

ທ່ານເອກອັກຄະລັດຖະທູດ ດັ້ງເຈິ່ນຟອງ ກໍ່ແຈ້ງໃຫ້ຊາບວ່າ ໃນໄລຍະຈະມາເຖິງ ຈຳນວນຜູ້ລົບໄພອາດຈະເພີ່ມຂຶ້ນ, ດັ່ງນັ້ນ ສະຖານທູດ ຫວຽດນາມ ປະຈຳ ຣູມານີ ຈະສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຣູມານີ ເພື່ອຈັດບ່ອນພັກຊົ່ວຄາວ ແລະ ໜູນຊ່ວຍພໍ່ແມ່ປະຊາຊົນໃນຈຸດເວລານີ້.



top