ຂ່າວສານ

ຊາວ ເຜົ່າຂະແມຢູ່ນະຄອນໂຮ່ຈີມິນຕ້ອນຮັບບຸນປີໃໝ່ໃນຊ່ວງເວລາເກີດໂລກລະບາດ Covid – 19

      ບຸນປີໃໝ່ Chôl Chnăm Thmây ຂອງຊາວເຜົ່າຂະແມຢູ່ນະຄອນໂຮ່ຈີມິນໃນປີນີ້ຍັງຄົງໄດ້ຮັບການຈັດຕັ້ງຂຶ້ນດ້ວຍຄວາມໝາຍ ຫຼາຍຢ່າງ ແລະມີຄວາມເຊື່ອໝັ້ນຕໍ່ຄວາມໂຊກດີ, ສິ່ງທີ່ດີງາມ.

ປະກາດຢຸດການຈັດຕັ້ງບຸນປີໃໝ່ Chôl Chnăm Thmây ຂອງວັດ Candarasi
      ທຸກໆປີ, ເມື່ອບຸນປີໃໝ່ Chôl Chnăm Thmây ວຽນມາ, ຄອບຄົວຂອງເອື້ອຍເຢືອງທິຣຸມ, ອາໄສຢູ່ເມືອງ 5 ມີຄວາມເບີກບານມ່ວນຊື່ນໃນການຕ້ອນຮັບປີໃໝ່ດ້ວຍຄວາມຫວັງໃໝ່ຫຼາຍຢ່າງ. ຄອບຄົວຂອງເອື້ອຍແລະປະຊາຄົມຊາວເຜົ່າຂະແມ ໄດ້ພ້ອມກັນໄປອວຍໄຊໃຫ້ພອນປີໃໝ່,ພາວະນາປີໃໝ່ ຂໍໃຫ້ຊີວິດການເປັນຢູ່ມີຄວາມອີ່ມໜຳສຳລານ ແລະ ມີຄວາມສຸກ.ເຖິງຢ່າງໃດກໍ່ຕາມ, ໃນປີນີ້, ຍ້ອນຄຳຮຽກຮ້ອງປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19, ດັ່ງນັ້ນວັນບຸນຂອງບັນດາຄອບຄົວຊາວຂະແມ ຈຶ່ງໄດ້ຮັບການຈັດຕັ້ງຢູ່ເຮືອນບໍ່ໄດ້ໄປວັດ, ເຊິ່ງໄດ້ດຳເນີນໃນບັນຍາກາດທີ່ສະຫງົບງຽບກ່ວາແຕ່ຍັງຄົງເຕັມໄປດ້ວຍຄວາມອົບອຸ່ນ:
            ປີນີ້ຄອບຄົວໃດກໍ່ເຮັດຢູ່ຄອບຄົວນັ້ນບໍ່ມີຜູ້ໃດໄປເຮືອນຂອງຜູ້ອື່ນມ່ວນຊື່ນຢູູູ່່່ໃນຄອບຄົວຂອງຕົນບໍ່ໄດ້ພົບປະກັບໝູ່ເພື່ອນຄືທຸກໆປີທີ່ຜ່ານມາການບູຊາປູ່ຍ່າຕາຍາຍບັນພະບຸລຸດພະພຸດທະເຈົ້າແມ່ນເຮັດຢູ່ພາຍໃນຄອບຄົວຂອງຕົນເອງເຮົາຮັກສາໃຫ້ເຮົາກໍ່ໝາຍຄວາມວ່າແມ່ນຮັກສາໃຫ້ຜູ້ອື່ນ
            ນະຄອນໂຮ່ຈີມິນມີຊາວເຜົ່າຂະແມກ່ວາ 50.400 ຄົນ, ດຳລົງຊີວິດຕົ້ນຕໍແມ່ນຢູ່ບັນດາເມືອງຄື 1, 3, 5, 10, 11 ແລະເມືອງເຕິນບິ່ງ. ບຸນປີໃໝ່ Chôl Chnăm Thmây ຂອງຊາວເຜົ່າຂະແມໃນປີນີ້ແມ່ນເລີ່ມແຕ່ວັນທີ 14 ເມສາຫາວັນທີ 16 ເມສາ.
 (ແຫຼ່ງຄັດຈາກ VOV)


top