ຂ່າວສານ

ຊາວ ອູ​ມິນ ຮັກ​ສາ​ສວນໝາກ​ໄຟ ກາຍ​ເຕົາ ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

ບັນດາສວນໝາກໄຟຢູ່ຕາແສງ ຫງວຽນຟິກ, ເມືອງ ອູມິນ, ແຂວງ ກ່າເມົາ ຢູ່ຕິດປ່າ ອູມິນຮ້າ ແລະ ນອນລຽບຕາມແມ່ນ້ຳ ກາຍເຕົາ. ບັນດາສວນໝາກໄຟນີ້ ໄດ້ຄົງຕົວ ແລະ ພັດທະນາໃນນັບຮ້ອຍປີຜ່ານມາແລ້ວ ດ້ວຍບັນດາຕົ້ນໝາກໄຟທີ່ເກົ່າແກ່ ມີຂີດໝາຍແຫ່ງວັນເວລາຂອງເຂດດິນແດນທາງພາກໃຕ້ ຫວຽດນາມ ໃນເມື່ອກ່ອນ. ປະຈຸບັນ, ສວນໝາກໄຟ ກາຍເຕົາ ໄດ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ພິເສດສະເພາະ.
   ບັນດາເພື່ອນໜຸ່ມໄປທ່ຽວ ສວນໝາກໄຟ (ພາບ: VOV)  

ຢູ່ ຫວຽດນາມ, ຕົ້ນໝາກໄຟແມ່ນຕົ້ນໄມ້ກິນໝາກພິເສດທີ່ມີພຽງແຕ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ເທົ່ານັ້ນ, ໃນນັ້ນ ສວນໝາກໄຟ ກາຍເຕົາ ແມ່ນມີເນື້ອທີ່ກ້ວາງກ່ວາໝູ່. ຈຸດພິເສດຂອງໝາກໄຟ ກາຍເຕົາ ແມ່ນໝາກໃຫ່ຍ, ມີລົດຊາດຫວານ, ສົ້ມນ້ອຍໜຶ່ງ, ເມື່ອສຸກແລ້ວມີສີເຫຼືອງງາມຕາ. ໃນຊຸມປີຜ່ານມາ, ປຊຊ ຢູ່ເຂດ ອູມິນຮ້າ ໄດ້ຫັນປ່ຽນໄປລ້ຽງກຸ້ງ ທີ່ໃຫ້ປະສິດທິຜົນທາງດ້ານເສດຖະກິດສູງກ່ວາ ແຕ່ຍັງມີບັນດາຄອບຄົວທີ່ຍັງຮັກສາຕົ້ນໝາກໄຟໄວ້ ຊື່ງແມ່ນຈຸດພິເສດສະເພາະຂອງທ້ອງຖິ່ນ ເພື່ອພັດທະນາການທ່ອງທ່ຽວທຳມະຊາດ.

ໃນໂອກາດວັນພັກບຸນ ວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ ຜ່ານມາ, ສວນໝາກໄຟຂອງ ປ້າ ບຸ່ຍທິຢ້ຽມຈາງ ຢູ່ບ້ານ 15, ຕາແສງ ຫງວຽນຟິກ ມີແຂກທ່ອງທ່ຽວມາຢ້ຽມຢາມປະມານ 400 ຄົນ. ຄອບຄົວປ້າໄດ້ຮັກສາສວນໝາກໄຟ ກາຍເຕົາ ແຫ່ງນີ້ ນັບແຕ່ປີ 2004 ມາຮອດປະຈຸບັນ ແລະ ໄດ້ຂາຍປີ້ໃຫ້ຜູ້ເຂົ້າຊົມດ້ວຍລາຄາ 1.3 USD/ປີ້ ແລະ ຂາຍໝາກໄຟດ້ວຍລາຄາເກືອບ 1.3 USD/ໂລ. ຍ້ອນເຫດນັ້ນ, ຄອບຄົວປ້າຈິ່ງມີລາຍຮັບເປັນປົກກະຕິ. ປ້າ ບຸ່ຍທິຢ້ຽມຈາງ ເລົ່າສູ່ຟັງວ່າ:

ໝາກໄຟເມື່ອສຸກແລ້ວຈະມີສີເຫຼືອງງາມຕາທີ່ສຸດ. ແຂກທ່ອງທ່ຽວມາຢ້ຽມຢາມກໍ່ຮູ້ສຶກແປກປະຫຼາດໃຈຫຼາຍ, ກໍ່ເລີຍຖາມຂ້າພະເຈົ້າວ່າ ຢູ່ ກ່າເມົາ ເຫັນວ່າໄດ້ລ້ຽງກຸ້ງຫຼາຍ ແຕ່ເປັນຫຍັງຢູ່ນີ້ ຍັງມີສວນໝາກໄຟທີ່ຂຽວສົດງົດງາມຄືແນວນີ້ໄດ້. ຂ້າພະເຈົ້າຮັກສາສວນໝາກໄຟແຫ່ງນີ້ເພື່ອເຮັດເສດຖະກິດ ແລະ ປະກອບສ່ວນພັດທະນາບ້ານເກີດເມືອງນອນຂອງຕົນ.

ສວນໝາກໄຟຂອງປ້າ ບຸ່ຍທິຢ້ຽມຈາງ (ພາບ: VOV)

ຢູ່ສະຖານທີ່ທ່ອງທ່ຽວທຳມະຊາດ ບາລຽມ, ບ້ານ 10, ຕາແສງ ຫງວຽນຟິກ ມີສວນຕົ້ນໝາກໄຟປະມານ 200 ຕົ້ນ. ສວນໝາກໄຟແຫ່ງນີ້ ໂດຍທ່ານ ບາລຽມ ຫາກໍ່ຟື້ນຟູຄືນໃໝ່ໃນ 2, 3 ປີມານີ້. ໃນສວນຂອງທ່ານ ບາລຽມ ມີຕົ້ນໄມ້ຫຼາຍຊະນິດ ແຕ່ຕົ້ນໝາກໄຟ ກາຍເຕົາ ຍັງມີຄວາມດຶງດູດພິເສດຕໍ່ແຂກທ່ອງທ່ຽວ. ທ່ານ ບາລຽມ ແບ່ງປັນວ່າ:

ເມື່ອກ່ອນ ຮູບພາບຕົ້ນໝາກໄຟແມ່ນຕິດພັນກັບຊື່ ກາຍເຕົາ. ໃນໄລຍະສົງຄາມ, ຜູ້ທີ່ເຄີຍເຂົ້າຮ່ວມການຕໍ່ຕ້ານ ມີຄວາມຊົງຈຳຫຼາຍຢ່າງ ກ່ຽວກັບສວນຕົ້ນໝາກໄຟໃນເຂດດິນແຄມຝັ່ງ ທີ່ມີຮາກຖານການປະຕິວັດ. ປຊຊ ປູກຕົ້ນໝາກໄຟຢູ່ທີ່ນີ້ ໄດ້ອຸ້ມຊູຊ່ວຍເຫຼືອບັນດານັກເຄື່ອນໄຫວປະຕິວັດ.

ນ້ອງ ຫງວຽນຢາຮູຍ ຊາວນະຄອນ ກ່າເມົາ ໄດ້ເຂົ້າຢ້ຽມຊົມສວນໝາກໄຟ ບາລຽມ ແບ່ງປັນຄວາມຮູ້ສຶກວ່າ:

ນ້ອງເຫັນບັນຍາກາດໃນສວນເຢັນສະບາຍ, ປອດໂປ່ງ, ມີຕົ້ນໄມ້ຂຽວຫຼາຍ. ມານີ້ກໍ່ເຫັນໝາກໄຟຫຼາກຫຼາຍ, ສີງາມຕາ. ນ້ອງເຄີຍເຫັນໝາກແລ້ວ ແຕ່ບໍ່ເຄີຍເຫັນສວນ ແລະ ຕົ້ນໝາກໄຟຈັກເທື່ອ, ໝາກໄຟມີລົດຊາດຫວານສົມຄວນ.

ປະຈຸບັນ, ຕາແສງ ຫງວຽນຟິກ ຍັງຮັກສາໄດ້ສວນໝາກໄຟ 4 ແຫ່ງ ດ້ວຍເນື້ອທີ່ກ້ວາງພໍສົມຄວນ ເພື່ອພັດທະນາການທ່ອງທ່ຽວເຂດຊຸມຊົນ. ໂດຍເຫັນໄດ້ທ່າໄດ້ປຽບ, ມູນຄ່າທີ່ເປັນມູນເຊື້ອຂອງໝາກໄຟຂອງທ້ອງຖິ່ນນັ້ນ, ອຳນາດການປົກຄອງທ້ອງຖິ່ນ ໄດ້ສົ່ງເສີມ ປຊຊ ຮັກສາ, ຟື້ນຟູສວນໝາກໄຟ ເພື່ອເຮັດບໍລິການການທ່ອງທ່ຽວ. ທ່ານ ຫງວຽນແທັງຢີນ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫງວຽນຟິກ ໃຫ້ຮູ້ວ່າ:

ສວນໝາກໄຟມີມາແຕ່ດົນນານແລ້ວ, ປຊຊ ກໍ່ມີປະສົບການໃນການປູກ ແລະ ບົວລະບັດແລ້ວ. ເງື່ອນໄຂດິນຟ້າອາກາດກໍ່ອຳນວຍຄວາມສະດວກ, ເຫມາະສົມ, ໃຫ້ໝາກຫຼາຍ. ປຊຊ ທ້ອງຖິ່ນໄດ້ຕັ້ງໜ້າພັດທະນາຕົ້ນໝາກໄຟ ເພື່ອສ້າງເປັນບັນດາສະຖານທີ່ຢ້ຽມຢາມ, ທ່ອງທ່ຽວເຂດຊຸມຊົນ. ທາງທ້ອງຖິ່ນກໍ່ກຳນົດວ່າ ສວນໝາກໄຟ ກາຍເຕົາ ແມ່ນຜະລິດຕະພັນທ່ອງທ່ຽວຈຸດສຸມ ເພື່ອຂຸດຄົ້ນການທ່ອງທ່ຽວ.

ມາຢ້ຽມຢາມສວນໝາກໄຟ ກາຍເຕົາ, ແຂກທ່ອງທ່ຽວສາມາດຂີ່ເຮືອນ້ອຍຜ່ານຄອງ, ຮ່ອງນ້ຳແຫ່ງຕ່າງໆ, ຮັບຊົມທິວທັດທຳມະຊາດທີ່ສວຍງາມໃນເຂດປ່າ ອູມິນຮ້າ. ແຂກທ່ອງທ່ຽວກໍ່ສາມາດນອນໃນອູ່ເພື່ອພັກຜ່ອນຢ່ອນໃຈ ຢູ່ໃຕ້ຮົ່ມຕົ້ນໝາກໄຟທີ່ຂຽວອຸ່ມທຸ່ມ, ກິນໝາກໄຟທີ່ສຸກງ່ອມ, ຫອມດີ, ຮັບຟັງຂັບ ເດີນກາຕ໊າຍຕື່ ແລະ ຮັບປະທານບັນດາເຍື່ອງອາຫານເຂດຊົນນະບົດຄື: ປາຄໍ່ປິ້ງ, ປາດຸກຈືນ, ຕຸນປາເຂັງ… ສວນໝາກໄຟ ກາຍເຕົາ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈແຂກທ່ອງທ່ຽວ ທັງຢູ່ໃກ້ ແລະ ຢູ່ໄກ ເມື່ອມາທ່ອງທ່ຽວປ່າ ອູມິນຮ້າ./.


top