ຂ່າວສານ

ຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ 2 ຄົນທຳອິດເສຍຊີວິດຍ້ອນ Covid-19

      ລັດນ້ອຍວໍຊິງຕັນຫາກໍ່ມີຊາວອາເມລິກາເຊື້ອຊາດຫວຽດນາມ 2 ຄົນ.ເສຍຊີວິດຍ້ອນໂລກລະບາດ Covid-19  ນີ້ອາດຈະແມ່ນຊາວອາເມລິກາເຊື້ອຊາດຫວຽດນາມທີ່ເສຍຊີວິດຍ້ອນໂລກລະບາດໂຄວິດເປັນກໍລະນີທຳອິດຢູ່ອາເມລິກາແລະໃນໂລກ.

ຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ 2 ຄົນທຳອິດເສຍຊີວິດຍ້ອນ Covid-19 (ພາບ: AP)
              ສະຖານທູດຫວຽດນາມປະຈຳອາເມລິກາໄດ້ຢັ້ງຢືນຂໍ້ມູນຂ່າວກ່ຽວກັບຜູ້ເສຍຊີວິດ 2 ຄົນດັ່ງກ່າວ. ຄົນທີໜຶ່ງແມ່ນເພດຍິງເສຍຊີວິດຍ້ອນ Covid-19 ໃນວັນທີ 16 ມີນາ (ຕາມເວລາອາເມລິກາ) ຢູ່ນະຄອນ Seattle ຂຶ້ນກັບລັດວໍຊິງຕັນ. ຄົນທີສອງແມ່ນຜູ້ມີອາຍຸສູງ, ຕາບອດ, ກໍ່ຢູ່ລັດນ້ອຍວໍຊິງຕັນ. ອາທິດກ່ອນລາວເປັນໄຂ້ແລະໄດ້ຮັບການວິໄຈແລະມີຜົນບວກກັບCovid-19.
 (ແຫຼ່ງຄັດຈາກ VOV)


top