ຂ່າວສານ

ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ມຸ່ງ​ໄປ​ເຖິງ “ວັນ​ບຸນ​ຂອງ​ປະ​ເທດ​ຊາດ”, ຝາກ​ຝັງ​ຄວາມ​ເຊື່ອ​ໝັ້ນ​ຜ່ານ​ບັດ​ເລືອກ​ຕັ້ງ

ຕອນເຊົ້າວັນທີ 15 ມີນາ, ພ້ອມກັບຜູ້ມີສິດເລືອກຕັ້ງໃນທົ່ວປະເທດທີ່ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສົກປີ 2026 – 2031, ຊາວ ຫວຽດນາມ ອາໄສ ຢູ່ຫຼາຍປະເທດໃນໂລກຈຳນວນຫຼາຍ ທີ່ພວມມີໜ້າຢູ່ບ້ານເກີດເມືອງນອນໄດ້ເຂົ້າຮ່ວມການປ່ອນບັດ, ປະຕິບັດສິດ ແລະ ພັນທະພົນລະເມືອງໂດຍກົງໃນ “ວັນບຸນຂອງປະເທດຊາດ”.

  ທ່ານນາງ ຫງວຽນຫວຽດຈ່ຽວ, ປະທານສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເອີຣົບ ປ່ອນບັດຢູ່ເຂດປ່ອນບັດທີ 3, ຕາແສງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ (ພາບ:VOV5)  

ທ່ານນາງ ຫງວຽນຫວຽດຈ່ຽວປະທານສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເອີຣົບໃຫ້ຮູ້ວ່າ:

    ຜູ້ແທນທີ່ໄດ້ຮັບການເລືອກຕັ້ງນັ້ນ ກ່ອນອື່ນໝົດຕ້ອງເປັນຄົນມີຄຸສົມບັດມີບຸກຄະລິກກະພາບ ແລະ ຄວາມໄວ້ວາງໃຈໃນໝູ່ປະຊາຊົນໄປຄຽງຄູ່ກັນນັ້ນເຂົາເຈົ້າຕ້ອງມີພູມປັນຍາມີກຳລັງຄວາມສາມາດເພື່ອດຳລົງບັນດາໜ້າທີ່ໃຫຍ່ພ້ອມທັງຕ້ອງໃກ້ຊິດກັບປະຊາຊົນຮັບັງ ແລະ ເຄົາລົບຄວາມມຸ່ງມາດປາດໜາຂອງປະຊາຊົນຂ້າພະເຈົ້າກໍຫວັງວ່າ ບັນດາຜູ້ແທນຈະມີຄວາມຄາດຫວັງ ແລະ ຄວາມຕັດສິນໃຈສ້າງບັນດາບາດກ້າວກະໂດດຂັ້ນເພື່ອປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາຂອງປະເທດຊາດໃນໄລຍະໃໝ່".

ບໍ່ພຽງແຕ່ໄດ້ຕິດຕາມບັນດາເຫດການການເມືອງສຳຄັນຂອງປະເທດຈາກທາງໄກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນ ໄດ້ກັບເມືອ ຫວຽດນາມ ກົງກັບໂອກາດເລືອກຕັ້ງ ໄດ້ເປັນເຈົ້າການສັບຊ້ອນເວລາເພື່ອເຂົ້າຮ່ວມການປ່ອນບັດໂດຍກົງສຳລັບຊາວ ຫວຽດນາມ ຫຼາຍຄົນທີ່ອາໄສຢູ່ຕ່າງປະເທດເລື່ອງກັບເມືອບ້ານເກີດເມືອງນອນເຂົ້າຮ່ວມການປ່ອນບັດ ກໍແມ່ນຄວາມຊົງຈຳອັນພິເສດທ່ານ ຫງວຽນຢຸຍແອັງປະທານກຽດຕິມະສັກ ສະມາຄົມຊາວ ຫວຽດນາມ ປະຈຳ Fukuoka, ຍີ່ປຸ່ນໃຫ້ຮູ້ວ່າ:

    ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາສະມາຊິກໃນຊຸດໃໝ່ນີ້ ຈະມີວິທີມອງເຫັນທີ່ເລິກເຊິ່ງ ແລະ ຮອບດ້ານກວ່າກ່ຽວກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີພູມປັນຍາຄວາມສາມາດດ້ານເສດຖະກິດ ແລະ ຫຼາຍສາຍພົວພັນສາກົນສະນັ້ນຫວັງຢ່າງຍິ່ງວ່າ ຈະມີບັນດາກົນໄກ ແລະ ນະໂຍບາຍທີ່ສະດວກ ເພື່ອໃຫ້ພວກຂ້າພະເຈົ້າສາມາດກັບເມືອປະເທດ ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນຮ່ວມເດີນທາງພ້ອມກັບປະເທດຊາດໃນໄລຍະພັດທະນາໃໝ່.”

  ທ່ານ ຫງວຽນຢຸຍແອັງ, ປະທານກຽດຕິມະສັກ ສະມາຄົມຊາວ ຫວຽດນາມ ປະຈຳ Fukuoka, ຍີ່ປຸ່ນ   

top