ຂ່າວສານ

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຈາກ 22 ປະເທດໃນໂລກມາຢ້ຽມຢາມ ເຈື່ອງຊາ ແລະ ສູນເຮືອນຮ້ານ DK1

ນີ້ແມ່ນຄັ້ງທີ 10 ທີ່ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ)...
  ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາທະຫານຢູ່ເກາະເຈື່ອງຊາ ທຳພິທີເຄົາລົບທຸງ (ພາບ:TTXVN)  

ຕອນບ່າຍວັນທີ 23 ເມສາ, ຢູ່ແຂວງ ແຄ໋ງຮ່ວາ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 47 ຄົນທີ່ຈາກ 22 ປະເທດ ໃນໂລກພ້ອມກັບຜູ້ແທນເກືອບ 200 ຄົນໄດ້ສິ້ນສຸດລາຍການເຄື່ອນໄຫວຂອງຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມາຢ້ຽມຢາມທະຫານ ແລະ ປະຊາຊົນເມືອງເກາະເຈື່ອງຊາ ແລະ ສູນເຮືອນຮ້ານ DK1 ປີ 2023. ລາຍການມີຫົວຂໍ້ວ່າ “ຄວາມໄວ້ເນື້ອເຊື່ອໃຈ ແລະ ຄາດຫວັງຂອງປະເທດຊາດ - ຄັ້ງທີ 10, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບເມືອຢ້ຽມຢາມ ເຈື່ອງຊາ”. ນີ້ແມ່ນຄັ້ງທີ 10 ທີ່ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ) ສົມທົບກັບກອງບັນຊາການທະຫານເຮືອ ຈັດຕັ້ງໃຫ້ຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢ້ຽມຢາມ ເຈື່ອງຊາ.

ໃນຂອບເຂດການຢ້ຽມຢາມ ເຈື່ອງຊາ ແຕ່ວັນທີ 18 – 23 ເມສາ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັບສະມາຊິກຄະນະປະຕິບັດງານໄດ້ຢ້ຽມຢາມ: ເກາະ ຊິງໂຕນດົງ, ແລນດາວ, ດ໊າໄຕ B, ເຈື່ອງຊາ, ສູນເຮືອນຮ້ານ DK1/16 ຟຸກເຕີ່ນ. ເມື່ອໄດ້ຢ້ຽມຢາມສະຖານທີ່ຕ່າງໆ, ພໍ່ແມ່ປະຊາຊົນທີ່ອາໄສຢູ່ຕ່າງປະເທດໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ແກ່ທະຫານ ແລະ ປະຊາຊົນ; ຢ້ຽມຢາມໂຮງຮຽນ, ເຮືອນຢູ່ຂອງປະຊາຊົນ, ໝູ່ບ້ານຊາວປະມົງ, ສຸກສາລາ… ເຂົ້າຮ່ວມພິທີສວດມົນພາວະນາ, ໄວ້ອາໄລບັນດານັກຮົບວິລະຊົນທີ່ເສຍຊີວິດເພື່ອຊາດ, ບັນດາຊາວປະມົງທີ່ເສຍຊີວິດຢູ່ ວັດ ເຈື່ອງຊາ.


top