ຂ່າວສານ

ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແລະ ຊາວ ສ.ເກົາຫຼີ ອາໄສ ຢູ່ ຫວຽດນາມ ແມ່ນຂົວເຊື່ອມຕໍ່ການພົວພັນລະຫວ່າງສອງປະເທດ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມຊາວ ເກົາຫຼີ ອາໄສຢູ່ ຫວຽດນາມ ໂດຍທ່ານນາງ Chang Eun Sook ປະທານສະມາຄົມນຳໜ້າ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງ Chang Eun Sook ປະທານສະມາຄົມຊາວ ສ.ເກົາຫຼີ ອາໄສຢູ່ ຫວຽດນາມ (ພາບ: TTXVN)  

 ວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມຊາວ ສ.ເກົາຫຼີ ອາໄສຢູ່ ຫວຽດນາມ ໂດຍທ່ານນາງ Chang Eun Sook ປະທານສະມາຄົມນຳໜ້າ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຊາວຫວຽດນາມປະມານ 200.000 ຄົນທີ່ກຳລັງທຳມາຫາກິນ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ ສ.ເກົາຫຼີ ແລະ ຊາວ ສ.ເກົາຫຼີ ກຳລັງທຳມາຫາກິນດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ຈຳນວນປະມານເທົ່າກັນນັ້ນ ແມ່ນຂົວເຊື່ອມຕໍ່ສຳຄັນໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ທ່ານປະທານປະເທດ ຫວັງວ່າ ສະມາຄົມ ຊາວ ສ.ເກົາຫຼີ ອາໄສຢູ່ ຫວຽດນາມ ຈະມີຫຼາຍມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ສະມາຄົມຊາວ ເກົາຫຼີ ອາໄສຢູ່ ຫວຽດນາມ ປະກອບສ່ວນປະຕິບັດເປົ້າໝາຍຮອດປີ 2025 ແມ່ນນຳວົງເງິນການຄ້າສອງປະເທດໃຫ້ບັນລຸ 150 ຕື້ USD.

ສ່ວນທ່ານນາງ Chang Eun Sook ປະທານສະມາຄົມຊາວ ສ.ເກົາຫຼີ ຢູ່ ຫວຽດນາມ ກໍສະແດງຄວາມເຫັນດີເຫັນພ້ອມກັບຂໍ້ສັງເກດຂອງປະທານປະເທດກ່ຽວກັບການພົວພັນອັນດີງາມລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃນປັດຈຸບັນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ຄົບຮອບ 30 ປີ (22/12/1992 – 22/12/2022), ສະມາຄົມຊາວ ສ.ເກົາຫຼີ ຢູ່ ຫວຽດນາມ ຈະຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳເພື່ອຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ.


top