ຂ່າວສານ

ຊາວ ຫວຽດນາມ 2 ຄົນມີຊື່ໃນບັນຊີລາຍຊື່ເຊີດຊູນັກວິທະຍາສາດແຖວໜ້າອາຊີປີ 2019 100 ຄົນ

      ວາລະສານວິທະຍາສາດ Asian Scientist (ສິງກະໂປ) ຫາກໍ່ປະກາດບັນຊີລາຍຊື່ນັກວິທະຍາສາດແຖວໜ້າ ອາຊີ ປີ 2019 100 ຄົນ, ໃນນັ້ນມີຊາວ ຫວຽດນາມ 2 ຄົນແມ່ນສາດສະດາຈານ - ປະລິນຍາເອກ ຫງວຽນແທັງລຽມ ແລະ ປະລິນຍາເອກ ຫງວຽນທິຮຽບ.

ສາດສະດາຈານ - ປະລິນຍາເອກ ຫງວຽນແທັງລຽມ ແລະ ປະລິນຍາເອກ ຫງວຽນທິຮຽບ (ພາບ:  Asian Scientist Magazine)
      ສາດສະດາຈານ - ປະລິນຍາເອກ, ທ່ານໝໍປະຊາຊົນ ຫງວຽນແທັງລຽມ, ອະດີດຜູ້ອຳນວຍການໂຮງໝໍເດັກສູນກາງ ໄດ້ຮັບຖືວ່າແມ່ນ “ຝ່າມືຄຳ” ໃນການຜ່າຕັດຜ່ານທໍ່ຂອງ  ຫວຽດນາມ. ເປັນຄົນທຳອິດທີ່ປະຕິບັດການຜ່າຕັດຜ່ານທໍ່ໃຫ້ເດັກນ້ອຍຢູ່ ຫວຽດນາມ ໃນປີ 1997, ສາດສະດາຈານ ຫງວຽນແທັງລຽມ ໄດ້ຄົ້ນຄິດ 9 ເຕັກນິກໃໝ່, ພັດທະນາ ແລະ ໝູນໃຊ້ບັນດາເຕັກນິກເຫຼົ່ານີ້ເຂົ້າໃນການຜ່າຕັດຜ່ານທໍ່ໃຫ້ເດັກນ້ອຍປະສົບຜົນສຳເລັດ. ມາຮອດປະຈຸບັນ, ສາດສະດາຈານ ຫງວຽນແທັງລຽມ ໄດ້ດຳເນີນການຜ່າຕັດຜ່ານທໍ່ນີ້ກ່ວາ 500 ກໍລະນີ.
        ໂດຍໄດ້ຮັບການເຊີດຊູໃນຂົງເຂດວິທະຍາສາດວັດສະດຸ ທ່ານນາງປະລິນຍາເອກ ຫງວຽນທິຮຽບ ເກີດປີ 1981, ເປັນອາຈານສອນຢູ່ມະຫາວິທະຍາໄລສາກົນ - ສັງກັດມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. ທ່ານນາງປະລິນຍາເອກ ຫງວຽນທິຮຽບ ໄດ້ມີການປະກອບສ່ວນຫລາຍຢ່າງກ່ຽວກັບການຄົ້ນຄວ້າໃນຂົງເຂດເຕັກນິກແພດສາດຊີວະສາດ. ປີ 2018, ທ່ານນາງປະລິນຍາເອກ ຫງວຽນທິຮຽບ ໄດ້ຮັບລາງວັນນັກວິທະຍາສາດໜຸ່ມທີ່ມີຄວາມເກັ່ງກ້າສາມາດຂອງໂລກ ເຊິ່ງນອນໃນຂອບເຂດລາງວັນເພື່ອການພັດທະນາຂອງແມ່ຍິງໃນວິທະຍາສາດຂອງກອງທຶນ L’Oreal ແລະ ອົງການ UNESCO.
 (ແຫຼ່ງຄັດຈາກ VOV)


top