ເຄື່ອງໝາຍ ຫວຽດ

ຊາ ເຊືອງມາຍ ສົ່ງອອກ ສູ່ໂລກ

ເຄື່ອງໝາຍການຄ້າ ຊາເຊືອງມາຍ ເປັນກຽດໄດ້ຮັບການຄັດເລືອກ ຈາກບັນດາການນຳຂອງພັກ ແລະ ລັດ ເພື່ອເປັນຂອງຂວັນໃຫ້ແກ່ລາຊະວົງ ຍີ່ປຸ່ນ ແລະ ໄທ ໃນການເດີນທາງ ໄປປະຕິບັດງານຢູ່ຕ່າງປະເທດ. ຊາ ເຊືອງມາຍ ໄດ້ຖືກເລືອກ ໃຫ້ເປັນຜະລິດຕະພັນຂອງຂວັນ ໃຫ້ແກ່ສະຖານທູດ ຝຣັ່ງ, ຣັດເຊຍ, ອາຟະລິກາໃຕ້, ລາວ ແລະ ອື່ນໆ, ບໍ່ພຽງແຕ່ເທົ່ານັ້ນ, ຜະລິດຕະພັນ ທີ່ສ້າງຂຶ້ນຢູ່ນະຄອນຫຼວງ ຊາ ຂອງ ຫວຽດນາມ ແມ່ນ ຖາຍງວຽນ ໄດ້ສົ່ງໄປຂາຍຢູ່ ຣັດເຊຍ, ຝຣັ່ງ, ສ ອາ​ເມ​ລິ​ກາ ​ແລະ​ ຍີ່​ປຸ່ນ ອີກດ້ວຍ​.


ບໍລິສັດ ຊາ ເຊືອງມາຍ ຖືກສ້າງຕັ້ງຂຶ້ນ ໂດຍນັກທຸລະກິດ ບຸ່ຍຮຸຍຮຸ່ງ ແລະ ນັກທຸລະກິດ ເລທິມາຍ, ນັກໂພຊະນາການ ທີ່ໄດ້ຮັບການຝຶກອົບຮົມຢູ່ ຍີ່ປຸ່ນ, ຢູ່ເຂດປູກຊາ ຖາຍງວຽນ ທີ່ມີຊື່ສຽງຂອງ ຫວຽດນາມ. ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ຂຶ້ນ, ບໍລິສັດ​ໄດ້​ກຳນົດ​ວ່າ ​ການສ້າງມາດຕະຖານ​​ຄຸນ​ນະພາ​ບ ​ແມ່ນ​ເງື່ອນ​ໄຂ​ຕັດສິນຊີ້ຂາດ​ໃຫ້ແກ່​ການ​ເດີນທາງ​ ນຳ​ຍີ່ຫໍ້ຊາ ​ຫວຽດນາມ ​ອອກ​ສູ່​ໂລກ. ຍ້ອນ​ເຫດ​ນັ້ນ, ເຊືອງມາຍ ​ໄດ້​ສ້າງ​ຄຸນຄ່າ​ທີ່​ແຕກ​ຕ່າງ ​ໃນ​ການ​ຜະລິດ, ທັງ​ຍົກ​ສູງ​ຄຸນຄ່າ​ຕົ້ນ​ຊາ​ ຫວຽດ.

ບັນດາຂັ້ນຕອນ ຂອງການຜະລິດຊາ ເຊືອງມາຍ, ຕັ້ງແຕ່ການປູກ ແລະ ການດູແລ ຈົນເຖິງການເກັບກ່ຽວ, ການປຸງແຕ່ງ ແລະ ການຫຸ້ມຫໍ່ ແມ່ນດໍາເນີນໄປ ຕາມຂະບວນການປິດໃນສະພາບ
ແວດລ້ອມ ຂ້າເຊື້ອ. ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ​ຊາ ​ເຊືອງມາຍ ຕ້ອງ​ໄດ້​ຮັບ​ການ​ປູກ
, ບຳລຸງ​ຮັກສາ​ຢ່າງ​ລະມັດລະວັງ, ​ເກັບໃນ​ຍາມ​​ເຊົ້າ, ​ເມື່ອ​ນ້ຳ​ໝອກ ​ຄ້າງເທິງໃບ​ຊາ​ຫາ​ກໍ​ລະລາຍ, ​ພ້ອມ​ຈະ​ຕ້ອນຮັບ​ແສງ​ຕາ​ເວັນ​ຍາມເຊົ້າ. ສະນັ້ນ, ບໍລິສັດຊາ ເຊືອງມາຍ  ເປັນ ຫົວໜ່ວຍທຳອິດ ຂອງ ຖາຍງວຽນ ທີ່ໄດ້ຮັບໃບຢັ້ງຢືນ ລະບົບ ຕ່ອງໂສ້ ການສະໜອງສະບຽງອາຫານທີ່ປອດໄພ, ໂດຍສະເພາະ 3 ຂັ້ນຕອນ, ຄືຂັ້ນຕອນທີ 1 ແມ່ນການປູກ, ການບົວລະບັດ ແລະ ການເກັບກ່ຽວ; ຂັ້ນຕອນທີ 2 ແມ່ນການຜະລິດ ແລະ ການປຸງແຕ່ງ; ຂັ້ນຕອນທີ 3 ແມ່ນການຫຸ້ມຫໍ່ ຜະລິດຕະພັນ ສໍາເລັດຮູບ.

ສະນັ້ນ, ຊາ ເຊືອງມາຍ ແມ່ນຍີ່ຫໍ້ທຳອິດ ທີ່ໄດ້ຮັບໃບຢັ້ງຢືນ ຈາກພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຖາຍງວຽນ ໄດ້ມອບໃບຢັ້ງຢືນ ແລະ ຕິດສະແຕມ ຕ່ອງໂສ້ອາຫານສະອາດ (ຄື: ສະອາດນັບແຕ່ການປູກ, ການເກັບກ່ຽວ, ການຜະລິດ ແລະ ການເກັບຮັກສາເພື່ອຈຳໜ່າຍ). ນີ້ກໍ່ແມ່ນ ຜະລິດຕະພັນ ທີ່ຍາດໄດ້ລາງວັນ ອັນຊົງກຽດວິສາຫະກິດສີຂຽວ ເພື່ອຜູ້ບໍລິໂພກ ແລະ ລາງວັນຊົມເຊີຍ ທຸລະກິດພັດທະນາ ແບບຍືນຍົງ.

 


ນັກ​ທຸ​ລະ​ກິດ ເລທິມາຍ ​ໃຫ້ຮູ້ວ່າ ຊາ​ຂຽວ​ຂອງ​ ຫວຽດ​ນາມ ມີ​ປະ​ລິ​ມານ​ໂພ​ຊະ​ນາ​ການ, ວິ​ຕາ​ມິນ ແລະ ອາ​ຊິດ amino ສູງ​ກວ່າ​ຊາ​ຂຽວ​ ຂອງ​ບັນ​ດາ​ປະ​ເທດ​ໃນ ​ອາ​ຊີ. ການ​ຂຸດ​ຄົ້ນ​ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ຂອງ​ຕົ້ນ​ຊາ​ ຫວຽດ ຈະ​ສ້າງ​ບັນດາ​ຜະລິດ​ຕະພັນ ​ທີ່​ມີ​ຄຸນ​ນະ ພາ​ບສູງ ​ເພື່ອ​ເອົາ​ຊະນະ​ ຜູ້​ບໍລິ​ໂພ​ກ ຫວຽດ.

ດິນ​ແດນ ​ເຕິນ​ເກືອງ - ຖາຍ​ງວຽນ ​ໄດ້​​ທຳ​ມະ​ຊາດ​ ສ້າງ​ເງື່ອນ​ໄຂ​ພິ​ເສດ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ, ​ດິນ​ແດນ​ເໝາະ​ສົມ​ເພື່ອ​ປູກ​ຊາ. ຜະ ລິດຕະພັນຊາ ທີ່ຜະລິດຈາກດິນແດນແຫ່ງນີ້ ມີຄວາມຫອມ, ລົດຫວານ, ນໍ້າຊາ ສີຂຽວ ແລະ ມີສານ ອາຫານສູງກວ່າຜະລິດຕະພັນ ຊາ ທີ່ຜະລິດຈາກທ້ອງຖິ່ນອື່ນ.

ຜະລິດຕະພັນ ທັງໝົດຂອງ ບໍລິສັດ ແມ່ນໄດ້ຜະລິດຈາກ ຊາຂຽວ ເຕິນເກືອງ ນໍາໃຊ້ເຕັກໂນໂລຊີ ຍີ່ປຸ່ນ ແລະ nano silver. ຜະລິດ ຕະພັນ ໄດ້ຜະລິດຈາກຊາຂຽວ matcha nano 100%.

 

ບາງຜະລິດຕະພັນດີເດັ່ນຂອງບໍລິສັດຊາ ເຊືອງມາຍ. ພາບ: ແທງຢາງ/VNP
ແບບຈໍາລອງພື້ນທີ່ໂຕະຊາຂອງບໍລິສັດ ຊາ ເຊືອງມາຍ. ພາບ: ແທງຢາງ/VNP

ນອກຈາກຜະລິດຕະພັນຊາພື້ນເມືອງແລ້ວ, ບໍລິສັດ ຊາ ເຊືອງມາຍ ຍັງພັດທະນາ ບັນດາຜະລິດຕະພັນ ເຄື່ອງສຳອາງ ຈາກຊາຂຽວ, ຊາຂຽວ ຫຼຸດນ້ຳໜັກ ໃນຮູບແບບຢາ ຕາມຂະບວນການອຸດ ສາຫະກຳທັນສະໄໝ. ບໍລິສັດຍັງໄດ້ຄົ້ນພົບ ສູດສະກັດວິຕາມິນ C, ວິຕາມິນ A, ສັງກະສີ, ໂດຍສະເພາະ ແມ່ນສານຕ້ານອະນຸມູນອິສະລະ catechin ທີ່ມີປະລິມານ ທີ່ດີທີ່ສຸດຈາກຊາຂຽວເພື່ອຜະລິດ ເປັນວັດຖຸດິບສໍາລັບ ຜະລິດຕະພັນທີ່ແຕກຕ່າງກັນ ເຊັ່ນ: ຊາຫຼຸດນໍ້າໜັກ, ເພີ່ມນໍ້າໜັກ, ລິບສະຕິກ, ຄຣີມ, ຜົງອາບ ນ້ໍາຂາວ, ແລະ ຜະລິດຕະພັນຈາກຊາຂຽວທໍາມະຊາດ 100%.

ອະນຸລັກຮັກສາວັດທະນະທຳຂອງຄົນ ຫວຽດ ແລະ ນຳ ຍີ່ຫໍ້ຊາ ເຕິນເກືອງ - ຖາຍງວຽນ ອອກສູ່ທຸກມຸມໂລກ ແມ່ນວິໄສທັດ ທີ່ຍາວນານຂອງ ຊາ ເຊືອງມາຍ. 

 ບົດ: VNP/ຖາວວີ - ພາບ: ແທງຢາງ - ແປໂດຍ: ຢືຟຽນ


top