ຂ່າວສານ

ຊາ ຊານ​ຕວຽດ ​ຢູ່ ລາຍ​ເຈົາ ຍາດ​ໄດ້ 4 ລາງວັນ​ໃນ​ການ​ແຂ່ງ​ຂັນ ຊາ​ ສາ​ກົນ ຢູ່ ປາ​ຣີ 2022

ສະຫະກອນ ຊິນຊ໊ວຍໂຮ່ (ແຂວງ ລາຍເຈົາ) ແລະ ດ້າຍນາມເຊີນ Group ຄວ້າໄດ້ 4 ລາງວັນ.

ສະຫະກອນ ຊິນຊ໊ວຍໂຮ່ (ແຂວງ ລາຍເຈົາ) ແລະ ດ້າຍນາມເຊີນ Group ຄວ້າໄດ້ 4 ລາງວັນ.

   

ຍອດຊາຊານຕວຽດ 

ວັນທີ 13 ຕຸລາ, ສະຫະສະມາຄົມຄັດເລືອກຜະລິດຕະພັນກະເສດໂລກ ປະຈຳ ຝລັ່ງ AVPA Paris ໄດ້ຈັດພິທີມອບລາງວັນການແຂ່ງຂັນ ຊາ ສາກົນ ຄັ້ງທີ 5 ຂຶ້ນແບບທາງໄກ ຢູ່ສຳນັກງານ APVA Paris ຜ່ານຊ່ອງ Youtube.

ຫວຽດນາມ ເປັນກຽດຍາດໄດ້ 14 ລາງວັນ ສຳລັບຊາຊະນິດຕ່າງໆ, ໃນນັ້ນ ມີຜະລິດຕະພັນຊາ ທີ່ເອົາມາຈາກຕົ້ນຊາ ຊານຕວຽດ ໃຫຍ່ມີອາຍຸຫຼາຍຮ້ອຍປີຢູ່ແຂວງ ລາຍເຈົາ ຂອງນັກສິລະປະກອນ ຊາ ຫງວຽນກວາເຊີນ -ຮອງຜູ້ອຳນວຍການກຸ່ມບໍລິສັດ ດ້າຍນາມເຊີນ Group ພ້ອມດ້ວຍບັນດາເພື່ອນຮ່ວມງານຂອງຕົນ ນັ້ນແມ່ນ  ສະຫະກອນ ຊິນຊ໊ວຍໂຮ່ (ແຂວງ ລາຍເຈົາ) ແລະ ດ້າຍນາມເຊີນ Group ຄວ້າໄດ້ 4 ລາງວັນ.

ແຫຼ່ງຄັດຈາກ VOV


top