ຂ່າວສານ

ຊັກຖາມເພື່ອຊອກຫາມາດຕະການທີ່ມີປະສິດທິຜົນເພື່ອພັດທະນາປະເທດຊາດ

ໃນຕອນບ່າຍວັນທີ 07 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ເລີ່ມວາລະຊັກຖາມເຊິ່ງຈະແກ່ຍາວໃນ 2 ມື້ເຄິ່ງ. ນີ້ແມ່ນການເຄື່ອນໄຫວຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ຫວຽດນາມ, ແມ່ນເນື້ອໃນດຶງດູດຄວາມສົນໃຈຫຼາຍທີ່ສຸດຈາກຫາງສຽງໃນທຸກໆວາລະປະຊຸມຂອງສະພາແຫ່ງຊາດ. ຜ່ານການຊັກຖາມ ແລະ ຕອບຄຳຊັກຖາມ, ລັດຖະບານ, ບັນດາກະຊວງ, ຂະແໜງການໄດ້ເຮັດແຈ້ງຫຼາຍບັນຫາ ເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ, ຊອກຫາວິທີ, ມາດຕະການທີ່ມີປະສິດທິຜົນທີ່ສຸດ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນປັດຈຸບັນ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາຂອງປະເທດຊາດ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນໄຂກອງປະຊຸມ (ພາບ: quochoi.vn)  

ຜ່ານການລວບລວມຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ໝວດບັນຫາທີ່ໄດ້ເລືອກນຳເອົາມາຊັກຖາມໃນກອງປະຊຸມຄັ້ງນີ້ລວມມີ: ບັນຫາການເງິນ, ທະນາຄານ; ການຂົນສົ່ງຄົມມະນາຄົມ; ກະສິກຳ ແລະ ພັດທະນາຊົນນະບົດ. ມ້ວນທ້າຍວາລະຊັກຖາມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນ, ອະພິປາຍບັນດາບັນຫາທີ່ຢູ່ໃນສິດອຳນາດລວມຂອງ ລັດຖະບານ ແລະ ຕອບຄຳຊັກຖາມໂດຍກົງຈາກສະມາຊິກສະພາແຫ່ງຊາດ.

ຄັດເລືອກບັນຫາສຳຄັນນຳມາຊັກຖາມ

ການເຄື່ອນໄຫວຊັກຖາມໃນກອງປະຊຸມຄັ້ງນີ້ຖືກຈັດຂຶ້ນຕາມຮູບແບບ ຖືໝວດບັນຫາເປັນຈຸດສຸມ. ເພື່ອກະກຽມໃຫ້ແກ່ວາລະຊັກຖາມ, ຄະນະປະຈຳສະພາແຫ່ງຊາດ ໄດ້ຊີ້ນຳໃຫ້ລວບລວມຂໍ້ສະເໜີແນະຊັກຖາມຂອງ ຄະນະສະມາຊິກສະພາແຫ່ງຊາດ, ບັດຊັກຖາມດ້ວຍລາຍລັກອັກສອນຂອງສະມາຊິກສະພາແຫ່ງຊາດ; ຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ທີ່ໄດ້ສົ່ງມາຍັງກອງປະຊຸມສະໄໝສາມັນເທື່ອທີ 3; ບັນດາບັນຫາທີ່ພົ້ນເດັ່ນຂຶ້ນຜ່ານບົດລາຍງານຂອງລັດຖະບານ, ບົດລາຍງານກວດກາຂອງກຳມາທິການເສດຖະກິດຂອງສະພາແຫ່ງຊາດ, ຄຳເຫັນປຶກສາຫາລືຂອງສະມາຊິກສະພາແຫ່ງຊາດກ່ຽວກັບສະພາບເສດຖະກິດ - ສັງຄົມ. ທ່ານ ບຸ່ຍວັນເກື່ອງ, ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ ບັນດາເນື້ອໃນ ເຊິ່ງຄະນະປະຈຳສະພາແຫ່ງຊາດໄດ້ຍົກອອກມາ ເພື່ອຂໍຄຳເຫັນປະກອບຈາກສະມາຊິກສະພາແຫ່ງຊາດນັ້ນ ແມ່ນໄດ້ຄິດໄລ່ຊັ່ງຊາ, ໄດ້ລວບລວມຈາກຫຼາຍແຫຼ່ງຂໍ້ມູນຂ່າວສານ, ຮັບປະກັນມີຄວາມແທດຈິງທີ່ສຸດກັບສະພາບການຕົວຈິງ, ກັບຄວາມມຸ່ງມາດປາດຖະໜາ ແລະ ບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງ, ປະຊາຊົນພວມສົນໃຈ. ບັນດາບັນຫາທີ່ໄດ້ນຳມາຊັກຖາມໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍ, ສົ່ງຜົນສະທ້ອນໂດຍກົງ ໃນເງື່ອນໄຂທີ່ປະເທດຊາດພວມມານະພະຍາຍາມຟື້ນຟູເສດຖະກິດ, ສ້າງທ່ວງທ່າການເຕີບໂຕຄືນໃໝ່ເທົ່ານັ້ນ ຫາກຍັງມີຄວາມໝາຍຕໍ່ການພັດທະນາຢ່າງແຮງ ແລະ ຍືນຍົງຂອງພື້ນຖານເສດຖະກິດໃນໄລຍະຍາວອີກດ້ວຍ.

ການຊັກຖາມ ຈະສ່ອງແສງໄດ້ຢ່າງຖືກຕ້ອງຄວາມມຸ່ງມາດປາດຖະໜາ, ສະພາບການຕົວຈິງຂອງຊີວິດ ແລະ ບັນດາບັນຫາເຊິ່ງສັງຄົມ ແລະ ສະມາຊິກສະພາແຫ່ງຊາດມີຄວາມສົນໃຈ. ຕາມຂໍ້ກຳນົດຂອງກົດໝາຍແລ້ວ, ເນື້ອໃນຊັກຖາມຕ້ອງສົ່ງໄປຂໍຄຳເຫັນຂອງບັນດາອົງການ, ພິເສດແມ່ນຂໍຄຳເຫັນຈາກຄະນະສະມາຊິກສະພາແຫ່ງຊາດ. ທີສອງແມ່ນ ຕ້ອງຂໍຄຳເຫັນຈາກສະມາຊິກສະພາແຫ່ງຊາດ, ຫຼັງຈາກທີ່ລວບລວມມາໝົດແລ້ວ, ຈຶ່ງເລີ່ມຂໍຄຳເຫັນຈາກສະພາປະຊາຊົນ ແລະ ກຳມາທິການຕ່າງໆເພື່ອພິຈາລະນາ, ຄັດເລືອກ. ບັນດາອົງການຂອງສະພາແຫ່ງຊາດ, ຂອງຄະນະປະຈຳສະພາແຫ່ງຊາດ ຈະຊັ່ງຊາຕີລາຄາໃນແງ່ມູມຕ່າງໆ ເພື່ອປ່ອນບັດເລືອກເອົາບາງບັນຫາ”.

ປະກອບສ່ວນສ້າງການຜັນປ່ຽນທີ່ຕັ້ງໜ້າແກ່ການພັດທະນາ

ເລື່ອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຄອງຄອຍວາລະຊັກຖາມ ບໍ່ພຽງແຕ່ແມ່ນ ຜ່ານສິ່ງດັ່ງກ່າວ ເຂົາເຈົ້າເຫັນໄດ້ວ່າ ສະມາຊິກສະພາແຫ່ງຊາດ ແລະ ຜູ້ນຳໜ້າຂະແໜງການຕ່າງໆ ໄດ້ໂຕ້ວາທີໂດຍກົງຄືແນວໃດເທົ່ານັ້ນ, ສຳຄັນກວ່ານັ້ນແມ່ນ ບັນຫາທີ່ເຂົາເຈົ້າສົນໃຈ ຈະໄດ້ຮັບການແກ້ໄຂຄືແນວໃດ?

ເມື່ອສັງເກດ 4 ໝວດບັນຫາໃຫຍ່ ເຊິ່ງໄດ້ເລືອກມາຊັກຖາມນັ້ນ, ອາດເຫັນໄດ້ວ່າ, ມີຄົບທັງບັນຫາທົ່ວໄປ, ບັນຫາລະອຽດ, ບັນຫາຮີບດ່ວນ ແລະ ບັນຫາຍາວນານ, ລະດັບອາດຈະແຕກຕ່າງກັນ, ແຕ່ລ້ວນແຕ່ໄດ້ ແລະ ພວມໄດ້ຮັບຄວາມສົນໃຈຢູ່ທັງໃນຫໍປະຊຸມ ແລະ ໃນຊີວິດຕົວຈິງ. ເປັນຕົ້ນແມ່ນ: ມາດຕະຖານຍູ້ແຮງການປະຕິບັດມະຕິເລກທີ 43/2022/ສພຊ15 ວ່າດ້ວຍນະໂຍບາຍສົກການເງິນ, ເງິນຕາ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ນີ້ແມ່ນບັນຫາຂອງຕະຫຼາດຫຼັກຊັບ, ພັນທະບັດວິສາຫະກິດ, ມາດຕະການດັດປັບ ແລະ ແກ້ໄຂການກະທຳຄອບງຳ, ກຳນົດລາຄາສິນຄ້າ, ໃຫ້ຂ່າວບໍ່ຊັດເຈນ ສົ່ງຜົນສະທ້ອນຕໍ່ຕະຫຼາດ. ມີອີກບັນຫາໜຶ່ງທີ່ມີຄວາມເຄັ່ງຮ້ອນຄ້າຍຄືກັນ ນັ້ນແມ່ນ ການຊັກຖາມຫົວໜ້າຂະແໜງການໜຶ່ງດຽວ ທີ່ບໍ່ແມ່ນສະມາຊິກສະພາແຫ່ງຊາດໃນປັດຈຸບັນ: ນັ້ນແມ່ນ ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານ. ການປະຕິບັດບັນດາມະຕິສະບັບຕ່າງໆຂອງສະພາແຫ່ງຊາດກ່ຽວກັບການສ້າງໂຄງປະກອບອົງການສິນເຊື່ອຄືນໃໝ່, ປັບປຸງບັນດາທະນາຄານການຄ້າທີ່ອ່ອນດ້ອຍ ຕິດພັນກັບການແກ້ໄຂໜີ້ທວງຍາກ, ວຽກງານການຄຸ້ມຄອງ, ຄວບຄຸມການສິນເຊື່ອໃນຂົງເຂດທີ່ຊ້ອນແຝງຄວາມສ່ຽງ, ໂດຍສະເພາະແມ່ນການກູ້ຢືມຫຼັກຊັບ, ອະສັງຫາລິມະຊັບ ແລະ ການປະກາດໃຊ້ພັນທະບັດວິສາຫະກິດ… ລ້ວນແຕ່ແມ່ນບັນຫາທີ່ສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງມີຄວາມສົນໃຈເປັນພິເສດ.

ເພື່ອເຮັດແຈ້ງບັນດາເນື້ອໃນຊັກຖາມ, ພ້ອມກັບຫົວໜ້າ 4 ທ່ານໃນຂະແໜງການທີ່ໄດ້ນຳມາຊັກຖາມຢ່າງເປັນທາງການແລ້ວ, ຍັງມີສະມາຊິກລັດຖະບານຫຼາຍຄົນພ້ອມແລ້ວທີ່ໃຫ້ການໜູນຊ່ວຍ ເປັນຕົ້ນແມ່ນທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ການເງິນ, ການກໍ່ສ້າງ, ຕຳຫຼວດ, ຜູ້ອຳນວຍການໃຫຍ່ອົງການກວດກາລັດຖະບານ, ຜູ້ອຳນວຍການໃຫຍ່ອົງການກວດສອບແຫ່ງລັດ, ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ. ທັງໝົດເຫຼົ່ານັ້ນ ລ້ວນແຕ່ແມ່ນການຫັນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ທີ່ໄດ້ກ່າວໃນພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 3 ເປັນລະອຽດ.

ສະພາແຫ່ງຊາດ ໄດ້ຈັດແບ່ງເວລາ 2 ມື້ເຄິ່ງ ເພື່ອດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ. ສະນັ້ນ, ສະເໜີໃຫ້ສະມາຊິກສະພາແຫ່ງຊາດ ຈົ່ງໂຕ້ວາທີຢ່າງກົງໄກກົງມາ, ມີລັກສະນະສ້າງສັນ, ເຮັດແຈ້ງສະພາບການຕົວຈິງຂອງບັນຫາ, ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນຂອງການເຄື່ອນໄຫວຊັກຖາມ, ປະກອບສ່ວນສ້າງການຜັນປ່ຽນຢ່າງຕັ້ງໜ້າໃນຂະແໜງການ, ຂົງເຂດຕ່າງໆທີ່ໄດ້ນຳມາຊັກຖາມ, ຕອບສະໜອງຄຳຮຽກຮ້ອງ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ”.

ການຊັກຖາມບໍ່ພຽງແຕ່ແມ່ນການຕາມຫາຄວາມຮັບຜິດຊອບເທົ່ານັ້ນ ສຳຄັນແມ່ນ ຕ້ອງຊອກຫາໄດ້ຫຼາຍວິທີ, ມາດຕະການແກ້ໄຂທີ່ມີປະສິດທິຜົນທີ່ສຸດ ເພື່ອແກ້ໄຂບັນດາບັນຫາທີ່ຕິດຄ້າງໃນສະພາບການຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ. ດ້ວຍຈິດໃຈດັ່ງກ່າວ, ຜູ້ມີສິດເລືອກຕັ້ງເຊື່ອໝັ້ນວ່າ ໃນເວລາ 2 ມື້ເຄິ່ງ ທີ່ດຳເນີນການຊັກຖາມໃນກອງປະຊຸມຄັ້ງນີ້ ບັນດາສະມາຊິກສະພາແຫ່ງຊາດຈະຍາດແຍ່ງຢ່າງສຸດຂີດເພື່ອບັນລຸໄດ້ປະສິດທິຜົນຢ່າງສູງສຸດ./.


top