ຂ່າວສານ

ຊັກຖາມ ແລະ ຕອບຄຳຊັກຖາມ ເພື່ອສ້າງຄວາມເຫັນດີເຫັນພ້ອມໃນການຂັບເຄື່ອນປະເທດຊາດ

      ວາລະຊັກຖາມຄັ້ງທຳອິດຂອງ ອາຍຸການສະພາແຫ່ງຊາດຊຸດທີ XV ໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 10 ເດືອນພະຈິກ. 4 ຂົງເຂດທີ່ສະມາຊິກສະພາແຫ່ງຊາດ ໄດ້ຄັດເລືອກເພື່ອຊັກຖາມ ສະມາຊິກລັດຖະບານ ທີ່ຈະປະຊຸມໃນ 2 ມື້ເຄິ່ງນີ້ ແມ່ນ: ດ້ານສາທາລະນະສຸກ, ດ້ານແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ດ້ານແຜນການ ແລະ ການລົງທຶນ, ດ້ານການສຶກສາ ແລະ ບຳລຸງສ້າງ. ວາລະຊັກຖາມໄດ້ກະກຽມຢ່າງລະອຽດ ດ້ວຍຄວາມຫວັງວ່າຈະຜົນກະທົບທີ່ຕັ້ງໜ້າໃຫ້ແກ່ທັງອາຍຸການ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວເປັນປະທານວາລະຊັກຖາມ (ພາບ: TTXVN)
      ການຊັກຖາມແມ່ນການເຄື່ອນໄຫວສະແດງໃຫ້ເຫັນ ແລະ ບົດບາດໃນການຕິດຕາມກວດກາຂອງ ສະພາແຫ່ງຊາດ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນທີ່ສຸດ ຂອງກອງປະຊຸມສະພາແຫ່ງຊາດ. ຜ່ານການຊັກຖາມ ແລະ ຕອບຄຳຊັກຖາມ, ຈະສະແດງໃຫ້ເຫັນການຮ່ວມເດີນທາງຂອງສະພາແຫ່ງຊາດພ້ອມກັບທົ່ວທັງລະບົບການເມືອງ, ພິເສດແມ່ນລັດຖະບານ, ເພື່ອສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊອກຫາວິທີການແກ້ໄຂ ຢ່າງມີປະສິດທິຜົນໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19, ຟື້ນຟູການຜະລິດ, ດຳເນີນທຸລະກິດ, ຮັບປະກັນການໜູນຊ່ວຍສັງຄົມ...
ຊັກຖາມບັນດາບັນຫາຈາກຊີວິດຕົວຈິງ
        ຕາມທ່ານ ບຸຍວັນເກືອງ, ເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດແລ້ວ, ວຽກງານກະກຽມໃຫ້ແກ່ວາລະຊັກຖາມ ແລະ ຕອບຄຳຊັກຖາມ ໄດ້ຜັນຂະຫຍາຍປະຕິບັດຢ່າງຮັດກຸມ, ຖືກຕ້ອງຕາມຂັ້ນຕອນ, ຮັບປະກັນຂໍ້ກຳນົດຂອງ ກົດໝາຍ. ທ່ານກ່າວວ່າ:
        ບົນພື້ນຖານການສັງລວມຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ເອກະສານສະເໜີຂອງສະມາຊິກສະພາແຫ່ງ ທີ່ສະເໜີເນື້ອໃນຊັກຖາມ ແລະ ຜູ້ຖືກຊັກຖາມ, ກໍ່ຄື ບົດລາຍງານຄຳເຫັນ, ຄຳສະເໜີຂອງ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ສົ່ງມາຍັງກອງປະຊຸມ, ທ່ານເລຂາທິການໃຫຍ່ ສະພາແຫ່ງຊາດ ໄດ້ສັງລວມກຸ່ມບັນຫາທີ່ພວມພົ້ນເດັ່ນ. ພາຍຫຼັງ ດຳເນີນການປະຊຸມກັບຄະນະປະຈຳສະພາຊົນເຜົ່າ, ຄະນະປະຈຳກຳມາທິການຕ່າງໆຂອງສະພາແຫ່ງຊາດ, ບັນດາອົງການຂອງຄະນະປະຈຳສະພາແຫ່ງຊາດ ເພື່ອຂໍຄຳຄິດເຫັນ ແລະ ລົງມະຕິ ດ້ວຍການປ່ອນບັດ ເລືອກເອົາ 6 ກຸ່ມບັນຫາ. ຫຼັງຈາກນັ້ນ ແມ່ນສືບຕໍ່ຂໍຄຳເຫັນຈາກຄະນະປະຈຳສະພາແຫ່ງຊາດ ຫຼຸດລົງໃຫ້ຍັງເຫຼືອ 5 ກຸ່ມບັນຫາ. ສຸດທ້າຍແມ່ນ ຂໍຄຳຫັນຈາກ ສະມາຊິກສະພາແຫ່ງຊາດໝົດທຸກຄົນ ເພື່ອເລືອກເອົາ 4 ກຸ່ມບັນຫາຊັກຖາມຢູ່ກອງປະຊຸມຄັ້ງນີ້ ລວມມີ: ຂົງເຂດສາທາລະນະສຸກ, ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ແຜນການ ແລະ ການລົງທຶນ, ການສຶກສາ ແລະ ບຳລຸງສ້າງ.
ທ່ານ ຈິ່ງຊວັນອານ ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ສະແດງຄວາມຄິດເຫັນວ່າ:
        ຂ້າພະເຈົ້າຕີລາຄາສູງຕໍ່ວຽກງານກະກຽມ ຂອງ ເລຂາທິການໃຫຍ່ ກໍ່ຄືອົງການກ່ຽວຂ້ອງ ໃນການຍົກອອກບັນດາເນື້ອໃນ, ບັນດາກຸ່ມບັນຫາຊັກຖາມແມ່ນໃກ້ຄຽງທີ່ສຸດ. ບັນດາສະມາຊິກສະພາແຫ່ງຊາດ ລໍຄອຍວ່າ ຜ່ານວາລະຊັກຖາມຄັ້ງຕ່າງໆ ຈະເຮັດຫຼາຍບັນຫາເຊິ່ງຜູ້ມີສິດເລືອກຕັ້ງພວມມີຄວາມສົນໃຈຈະແຈ້ງຂຶ້ນຕື່ມ.
        ໂດຍເຫັນດີເຫັນພ້ອມກັບ 4 ກຸ່ມບັນຫາທີ່ໄດ້ຍົກອອກມາຊັກຖາມໃນຄັ້ງນີ້, ທ່ານນາງ ຫງວຽນທິຊິວ ສະມາຊິກສະພາແຫ່ງຊາດແຂວງ ເທື່ອທຽນເຫ້ວ ຖືວ່າ:
        ຄະນະປະຈຳສະພາແຫ່ງຊາດ ໄດ້ມີການວິເຄາະໄຈ້ແຍກຢ່າງລະອຽດ, ບົນພື້ນຖານການສັງລວມຄຳເຫັນ, ຄຳສະເໜີຊັກຖາມຂອງ ທ້ອງຖິ່ນ, ຄະນະຜູ້ແທນ ທີ່ສົ່ງມາຍັງ ສະພາແຫ່ງຊາດ. ແລະ ເນື້ອໃນທີ່ຂ້າພະເຈົ້າສົນໃຈທີ່ສຸດແມ່ນ ວຽກງານສາທາລະນະສຸກ, ວຽກງານປ້ອງກັນຕ້ານໂລກລະບາດ, ວຽກງານກວດປິ່ນປົວພະຍາດ ໃຫ້ຜູ້ຕິດໂຄວິດ ແລະ ວຽກງານຮັບປະກັນການໜູນຊ່ວຍສັງຄົມ.
ທ່ານ ຮ່ວາງດຶກທັ້ງ, ສະມາຊິກສະພາແຫ່ງຊາດແຂວງ ກ໋ວາງຈິ ແບ່ງປັນວ່າ:
ຂ້າພະເຈົ້າມີຄວາມສົນໃຈກ່ຽວກັບກຸ່ມບັນຫາຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ - 19 ແລະ ບັນຫາສືບຕໍ່ມີແຜນນະໂຍບາຍ, ນະໂຍບາຍ, ວິທີການຕ້ານໂລກລະບາດ ຢ່າງມີປະສິດທິຜົນ. ສົມທົບທັງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19  ແລະ ການຟື້ນຟູການພັດທະນາພື້ນຖານເສດຖະກິດຂອງປະເທດຊາດ. ນີ້ແມ່ນການພົວພັນທີ່ມີລັກສະນະກາຍະອັນຊີ ແລະ ສັດຈະວິພາກ ເຂົ້າດ້ວຍ. ດັ່ງນັ້ນ ການກຳນົດຂົງເຂດພັດທະນາເສດຖະກິດ ແລະ ຂົງເຂດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເຂົ້າໃນ 4 ກຸ່ມບັນຫາຊັກຖາມ ໃນຄັ້ງນີ້ ແມ່ນເໝາະສົມທີ່ສຸດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວາລະຊັກຖາມ (ພາບ: TTXVN) 
      ການຊັກຖາມເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ
ເປົ້າໝາຍສຸດທ້າຍ ຂອງການຊັກຖາມ ແມ່ນເພື່ອກຳນົດຄວາມຮັບຜິດຊອບໃນການຄຸ້ມຄອງ, ບໍລິຫານ ແລະ ປະຕິບັດກົດໝາຍຂອງ ລັດຖະບານ, ຜູ້ນຳໜ້າຂະແໜງການ, ຂົງເຂດ, ຄົ້ນພົບບັນດາຈຸດທີ່ຍັງບໍ່ທັນສົມບູນແບບ, ຍັງບໍ່ທັນເໝາະສົມ, ນັ້ນໃຫ້ຊອກຫາວິທີການແກ້ໄຂ ຫຼື ຊຸກຍູ້ການຈັດຕັ້ງປະຕິບັດ. ຜ່ານການຊັກຖາມ ແລະ ຕອບຄຳຊັກຖາມ, ສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ຈະຕີລາຄາໄດ້ກຳລັງຄວາມສາມາດ, ການລົງເລີກໃກ້ຊິດຕິດແທດ, ການຄວບຄຸມຂອງ ຜູ້ນຳອົງການລັດ ຕໍ່ຂົງເຂດທີ່ໄດ້ມອບໝາຍໜ້າທີ່ໃຫ້ຮັບຜິດຊອບ, ຈາກນັ້ນ ຕີລາຄາໄດ້ລະດັບຄວາມສຳເລັດໃນການປະຕິບັດໜ້າທີ່ຢູ່ແຕ່ລະຕຳແໜ່ງ. ດັ່ງນັ້ນ, ອາດເວົ້າໄດ້ວ່າ ການຊັກຖາມແມ່ນຮູບການຕິດຕາມກວດກາໂດຍກົງ, ມີຜົນກະທົບຢ່າງແຮງ ນຳມາເຊິ່ງການຫັນປ່ຽນຢ່າງຈະແຈ້ງໃນຕົວຈິງ ຢູ່ບັນດາຂະແໜງ ແລະ ຂົງເຂດເກືອບທັງໝົດ.                   
ຜ່ານວາລະປະຊຸມຂອງສະພາແຫ່ງຊາດຄັ້ງຕ່າງໆທີ່ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເຫັນໄດ້ບັນຍາກາດທີ່ກົງໄປກົງມາ, ປະຊາທິປະໄຕ, ມີຄວາມຮັບຜິດຊອບ, ມີລັກສະນະໂຕ້ວາທີ ແລະ ສົນທະນາ ດ້ວຍຈິດໃຈສ້າງສັນເປັນຢ່າງສູງ ໃນວາລະຊັກຖາມຄັ້ງຕ່າງໆ. ການຊັກຖາມ ແລະ ຕອບຄຳຊັກຖາມໄດ້ດຳເນີນຕາມກຸ່ມບັນຫາ. ວຽກງານເປັນເສນາທິການ, ກະກຽມໃຫ້ການເຄື່ອນໄຫວຊັກຖາມ ໄດ້ຮັບການປະຕິບັດຢ່າງມີແບບມີແຜນ ແລະ ລະອຽດ.
ໂດຍສືບທອດຜົນສຳເລັດຂອງການເຄື່ອນໄຫວຊັກຖາມ ຂອງສະພາແຫ່ງຊາດຊຸດກ່ອນໆນັ້ນ, ຫາງສຽງເຊື່ອໝັ້ນວ່າ ວາລະຊັກຖາມທຳອິດຂອງ ອາຍຸການສະພາແຫ່ງຊາດຊຸດທີ XV ຈະ ຊີ້ແຈ້ງເຖິງ ຄວາມມານະພະຍາຍາມ, ຄວາມຮັບຜິດຊອບຂອງ ລັດຖະບານ, ກະຊວງ, ຂະແໜງການໃນວຽກງານຊີ້ນຳບໍລິຫານ ແລະ ຄວາມຮັບຜິດຊອບ ຂອງ ບັນດາສະມາຊິກສະພາແຫ່ງຊາດ ໃນການຕິດຕາມ, ກວດກາຕິດຕາມ ຢ່າງຄົບຖ້ວນ. ທຸກສິ່ງທຸກຢ່າງ ລ້ວນແຕ່ມຸ່ງໄປເຖິງເປົ້າໝາຍ ຊອກຫາສຽງເວົ້າທັດສະນະທີ່ເຫັນດີເຫັນພ້ອມ, ຊ່ວຍເຫຼືອຄຸ້ມຄອງ, ບໍລິຫານປະເທດຢ່າງມີປະສິດທິຜົນຫຼາຍກ່ວາອີກ.
(ແຫຼ່ງຄັດຈາກ VOV)


top