ຂ່າວສານ

ຊອກ​ຫາ​ເຕັກ​ໂນ​ໂລ​ຢີ​ດີ​ທີ່​ສຸດ, ເໝາະ​ສົມ​ທີ່​ສຸດ​ໃຫ້​ແກ່ ຫວຽດ​ນາມ

ທີ່ການເຮັດວຽກກັບ ເຄືອຂ່າຍ VGI, ທ່ານລັດຖະມົນຕີ ຫງວຽນຈີຢຸງ ສະເໜີ VGI ເພີ່ມທະວີການໜູນຊ່ວຍ NIC ໃນການເຊື່ອມຕໍ່, ແລກປ່ຽນກັບບັນດານັກຊ່ຽວຊານ, ຄູ່ຮ່ວມມືຊາວຫວຽດນາມ ແລະ ສາກົນ ເພື່ອພ້ອມກັນເຂົ້າຮ່ວມການຄົ້ນຄ້ວາຂໍ້ສະເໜີນີ້, ສ້າງຍຸດທະສາດ
  ທ່ານລັດຖະມົນຕີ ຫງວຽນຈີຢຸງ ປຶກສາຫາລືກັບຜູ້ຕາງໜ້າເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ ເຢຍລະມັນ (ພາບ: TTXVN)  

ການຊຸກຍູ້ເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ ຢູ່ເຢຍລະມັນ(VGI)  ສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ສົມທົບກັບສູນປ່ຽນແປງໃໝ່ປະດິດຄິດສ້າງ ແຫ່ງຊາດ ຫວຽດນາມ(NIC)  ຜັນຂະຫຍາຍໜ້າທີ່ຄົ້ນຄ້ວາ, ພັດທະນາເຕັກໂນໂລຢີ ໃຫ້ ຫວຽດນາມ ແມ່ນໜຶ່ງໃນບັນດາໜ້າທີ່ບຸລິມະສິດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ເຢຍລະມັນຂອງຄະນະປະຕິບັດງານ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໂດຍທ່ານລັດຖະມົນຕີ ຫງວຽນຈີຢຸງ ນຳໜ້າ ໃນລະຫວ່າງວັນທີ 23 ກຸມພາ - 25 ກຸມພາ.

ທີ່ການເຮັດວຽກກັບ ເຄືອຂ່າຍ VGI, ທ່ານລັດຖະມົນຕີ ຫງວຽນຈີຢຸງ ສະເໜີ VGI ເພີ່ມທະວີການໜູນຊ່ວຍ NIC ໃນການເຊື່ອມຕໍ່, ແລກປ່ຽນກັບບັນດານັກຊ່ຽວຊານ, ຄູ່ຮ່ວມມືຊາວຫວຽດນາມ ແລະ ສາກົນ ເພື່ອພ້ອມກັນເຂົ້າຮ່ວມການຄົ້ນຄ້ວາຂໍ້ສະເໜີນີ້, ສ້າງຍຸດທະສາດ, ຜັນຂະຫຍາຍການຮຽກຮ້ອງລົງທຶນ, ຊອກຫາເຕັກໂນໂລຢີດີທີ່ສຸດ ແລະ ເໝາະສົມທີ່ສຸດໃຫ້ແກ່ ຫວຽດນາມ.


top