ຂ່າວສານ

ຈ​ັດ​ “ເດືອນ​ຮັບ​ຟັງ​ແມ່​ຍິງ​ເວົ້າ” ໃນ​ເດືອນ​ຕຸ​ລາ ຂອງແຕ່ລະ​ປີ

ຄະ​ນະ​ປະ​ຈຳ​ສູນ​ກາງສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຫາ​ກໍ່​ປະ​ກາດ​ໃຊ້​ແຜນ​ການ​ຈັດ​ຕັ້ງ “​ເດືອນ​ຮັບ​ຟັງ​ແມ່​ຍິງ​ເວົ້າ” ໃນ​ທົ່ວ​ລະ​ບົບ​ສະ​ຫະ​ພັນ.
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ເພດ​ຍິງ​ທົ່ວ​ປະ​ເທດ​ຄັ້ງ​
ຄະ​ນະ​ປະ​ຈຳ​ສູນ​ກາງສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຫາ​ກໍ່​ປະ​ກາດ​ໃຊ້​ແຜນ​ການຈັດ​ຕັ້ງ “​ເດືອນ​ຮັບ​ຟັງ​ແມ່​ຍິງ​ເວົ້າ” ໃນ​ທົ່ວ​ລະ​ບົບ​ສະ​ຫະ​ພັນ. ການ​ເຄື່ອນ​ໄຫວ​ແມ່ນເພື່ອ​ແນ​ໃສ່​ເປັນ​ເອ​ກະ​ພາບ​ຄວາມ​ຮັບ​ຮູ້, ຄວາມ​ຮັບ​ຜິດ​ຊອບ​ຂອງ​ທຸກ​ຂັ້ນ​ຂອງ​ສະ​ຫະ​ພັນ​ແມ່​ຍິງ​ ຫວຽດ​ນາມ ໃນ​ການ​ຮັບ​ຟັງ, ກຳ​​ຄວາມ​ໃນ​ໃຈ, ຄວາມ​ຫວັງ​ຂອງ​ແມ່​ຍິງໄດ້ຢ່າງ​ທັນ​ການ, ເປັນຜູ້​ຕາງ​ໜ້າ, ປົກ​ປ້ອງ​ສິດ, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ຖືກ​ຕ້ອງຕາມ​ກົດ​ໝາຍ​ຂອງ​ແມ່​ຍິງ; ເຕົ້າ​ໂຮມ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະ​ຕິ​ບັດ​ຢ່າງມີປະ​ຊາ​ທິ​ປະ​ໄຕ, ເພີ່ມ​ທະ​ວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສັງ​ຄົມ; ຕິດ​ຕາມກວດ​ກາ, ຕີ​ລາ​ຄາ​ສັງ​ຄົມ. ເນື້ອ​ໃນ “ເດືອນ​ຮັບ​ຟັງ​ແມ່​ຍິງ​ເວົ້າ” ລວມ​ມີຫຼາຍ​ບັນ​ຫາ​ຕິດ​ພັນ​ກັບ​ຊີ​ວິດ​ສັງ​ຄົມ. ແຕ່ລະ​ປີ, ສະ​ມາ​ຄົມ​ທຸກ​ຂັ້ນທີ່​ກຳ​ນົດ​ຫົວ​ຂໍ້​ຮັບ​ຟັງ​ແມ່​ຍິງ​ເວົ້າ​ ຕ້ອງ​ອີງ​ໃສ່​ສະ​ພາບ​ການ​ຕົວ​ຈິງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຕິດ​ພັນ​ກັບ​ສິດ, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ຖືກ​ຕ້ອງຕາມ​ກົດ​ໝາຍ​ຂອງ​ສະ​ມາ​ຊິກ, ແມ່​ຍິງ; ນະ​ໂຍ​ບາຍ​ສະ​ຫວັດ​ດີ​ການ​ສັງ​ຄົມ, ບັນ​ດາ​ເນື້ອ​ໃນ​ພິ​ເສດສະເພາະ​ຕາມ​ເພດ, ຕາມ​ເກນ​ອາ​ຍຸ, ຂະ​ແໜງ​​ອາ​ຊີບ…

top