ຂ່າວສານ

ຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຢູ່ ອີຕາລີ ໄດ້ລື່ນກາຍຕົວເລກ 10.000 ຄົນ ແລະ ກໍລະນີຕິດເຊື້ອ ແລະ ເສຍຊີວິດຢູ່ອາເມລິກາສືບຕໍ່ເພີ່ມຂຶ້ນສູງເຖິງລະດັບສະຖິຕິ

      ຕາມເວັບໄຊ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງ ຂອງວັນທີ 29 ມີນາ ແລ້ວ, ໃນໂລກ ມີ 663.000 ກໍລະນີຕິດເຊື້ອພະຍາດໂຄວິດ - 19 ແລະ 30.850 ກໍລະນີເສຍຊີວິດຍ້ອນໂລກລະບາດດັ່ງກ່າວ. ປັດຈຸບັນ, ອາເມລິກາ ຍັງຄົງແມ່ນປະເທດມີຈໍານວນຜູ້ຕິດເຊື້ອຫຼາຍທີ່ສຸດ ດ້ວຍເກືອບ 123.500 ຄົນ, ສ່ວນ ອີຕາລີ ແມ່ນປະເທດຈັດອັນດັບໜຶ່ງກ່ຽວກັບຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ ເມື່ອຢັ້ງຢືນວ່າໄດ້ລື່ນກາຍຕົວເລກ 10.000 ຄົນ.
       
      ລັດ New York ສືບຕໍ່ແມ່ນລັດມີຜູ້ຕິດເຊື້ອຫຼາຍທີ່ສຸດ ໂດຍກວມເອົາເຄິ່ງໜຶ່ງຈໍານວນຜູ້ຕິດເຊື້ອຂອງອາເມລິກາ, ຖັດມາແມ່ນລັດ New Jersey, ບ່ອນທີ່ຢັ້ງຢືນມີກວ່າ 11.100 ກໍລະນີຕິດເຊື້ອໂຄວິດ - 19. ວັນທີ 28 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ ຈະບໍ່ປິດລ້ອມລັດ New York. ເຖິງຢ່າງໃດກໍຕາມ, ທ່ານຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ຮັບຜິດຊອບດ້ານສາທາລະນະສຸກລະຫວ່າງລັດ ປະກາດຄໍາກ່າວເຕືອນຢ່າງແຂງແຮງ ກ່ຽວກັບການໄປ - ມາ ແທນທີ່ຄໍາສັ່ງປິດລ້ອມ.
        ຢູ່ອັງກິດ, ພາຍຫຼັງທ່ານນາຍົກລັດຖະມົນຕີ Boris Johnson ແລະ ທ່ານລັດຖະມົນຕີກະຊວງສາທາລະນະສຸກ Matt Hancock ປະກາດວ່າຕິດເຊື້ອໄວຣັດ SARS – CoV - 2, ວັນທີ 28 ມີນາ, ທ່ານສາດສະດາຈານ Chris Whitty, ຫົວໜ້າຄະນະທີ່ປຶກສາດ້ານສາທາລະນະສຸກຂອງລັດຖະບານອັງກິດ ພ້ອມກັບທ່ານ Alister Jack ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດອັງກິດ ຮັບຜິດຊອບເຂດ Scotland ໃຫ້ຮູ້ວ່າ ເຂົາເຈົ້າມີອາການຕິດເຊື້ອໄວຣັດ SARS – CoV – 2 ແຕ່ຢູ່ໃນອາການເບົາ ແລະ ຕັດສິນໃຈປະຕິບັດການແຍກຕົວດ້ວຍຕົນເອງ.
        ສ່ວນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ລັດຖະບານ ອິນໂດເນເຊຍ ໃຫ້ຮູ້ວ່າ, ໄລ່ຮອດທ້າຍວັນທີ 28 ມີນາ,  ຈໍານວນຜູ້ເສຍຊີວິດຢູ່ປະເທດນີ້ ໄດ້ລື່ນກາຍລະດັບ 100 ຄົນແລ້ວ, ເຊິ່ງເປັນປະເທດມີຜູ້ເສຍຊີວິດຫຼາຍທີ່ສຸດຂອງອາຊຽນ. ມາເລເຊຍ ພັດເປັນປະເທດມີຈໍານວນຜູ້ຕິດເຊື້ອສູງສຸດຂອງ ອາຊຽນ ດ້ວຍຍອດຈໍານວນຜູ້ຕິດເຊື້ອທັງໝົດແມ່ນ 2.320 ຄົນ. 
 (ແຫຼ່ງຄັດຈາກ VOV)

top