ອາຫານການກິນ

ຈ໋າ ຫອຍ ຕະຫຼາດ ບ້ານນາ

 

 

ຫອຍປັງໄດ້ຮັບເລືອກເພື່ອການປຸງແຕ່ ລາຍການອາຫານຈ໋າຫອຍ. 

ຖ້າໃຜ ເຄີຍໃຊ້ຊີວິດຢູ່ເຂດຊົນນະບົດ ຂອງທົ່ງພຽງພາກເໜືອ ບາງທີ ບໍ່ອາດສາມາດລືມໄດ້ ລົດຊາດ ຂອງ ລາຍການອາຫານ ຈ໋າຫອຍ ທີ່ມັກຂາຍ ຢູ່ຕາມຕະຫຼາດ ຊົນນະບົດ.

ຫອຍ ຢູ່ເຂດຊົນນະບົດ ຂອງ ທົ່ງພຽງພາກເໜືອ ມີຫຼາຍຊະນິດ ໃນນັ້ນມີຫອຍປັງ ແລະ ຫອຍຫີນ, ເປັນວັດຖຸປະກອບ ທີ່ສົດແຊບ ເພື່ອການປຸງແຕ່ງເປັນລາຍການອາຫານ ຈ໋າຫອຍ ຊຶ່ງ ເຮັດໃຫ້ ຄາບເຂົ້າປະຈຳວັນ ອຸດົມສົມບູນຍິ່ງຂຶ້ນ. 

ຈາກ​ຕະຫຼາດ​ຊົນນະບົດ ​ສູ່ຕະຫຼາດຕົວເມືອງ​ ແລ້ວ​ກາຍ​ເປັນ​ລາຍ ການອາຫານ​ທີ່​ມີ​ຊື່​ສຽງ ​ຂອງ​ ຫວຽດນາມ, ລາຍການອາຫານ​ ຈ໋າຫອຍ ຊົນນະບົດ ໄດ້ມີຢູ່ໃນຄາບເຂົ້າ ​ຂອງ​ ຫຼາຍ​ຄອບຄົວ ​ແລະ ຍັງ​ຖືກ​ຈັດ​ເຂົ້າ​ໃນ​ລາຍການ​ອາຫານ​ ຂອງ​ ຮ້ານ​ອາຫານ​ໃຫຍ່​ຫຼາຍ​ແຫ່ງ​ຢູ່ ​ຮ່າ​ໂນ້ຍ.

ລາຍການອາຫານຈ໋າຫອຍສຳເລັດຮູບ. 

ຈ໋າຫອຍ ກັບສ່ວນປະກອບຫຼັກແມ່ນຫອຍປັງ ໄດ້ຜ່ານການ ປຸງແຕ່ງຂັ້ນຕົ້ນ, ຫຼັງຈາກນັ້ນ ຊອຍ ເປັນຮູບເມັດພິລາ ແລ້ວປະສົມກັບຢໍ່ດິບ, ນໍ້າມັນໝູ, ຊີ້ນໝູບົດ, ຜັກຫອມ, ເຄື່ອງເທດ ແລະ ປັ້ນເປັນລູກຊີ້ນ. ລູກຊີ້ນຫອຍ ເມື່ອໜຶ້ງສຸກ ຈະມີກິ່ນຫອມ ທີ່ເປັນເອກະລັກ. 

ລາຍການອາຫານ ຈ໋າຫອຍ ສຳເລັດຮູບທີ່ແຊບ ຕ້ອງໄດ້ມາດຕະ ຖານຕ່າງໆ ເຊັ່ນ: ຈ໋າຫອຍ ບໍ່ແຫ້ງ, ມີກິ່ນຫອມ ຂອງ ຜັກຫອມເຮືອດ ເຈືອປົນກັບລົດຊາດ ຂອງ ຈ໋າຫອຍ, ໂດຍສະເພາະຢ່າງຍິ່ງ ຕ້ອງມີລົດຊາດ ກອບມັນ ຂອງ ຫອຍ, ຫອມ ຂອງ ເຄື່ອງເທດ ແລະ ຫວານນົວ ຂອງ ນໍ້າມັນ ແລະ ຊີ້ນໝູບົດ. 

ທີ່ຢູ່ຮ້ານອາຫານ: 

ຊັ້ນ 2 - ຕຶກ My Way Hotel & Residence - ເລກທີ 2, ຖະໜົນ 86 ຢຸຍເຕິນ, ເມືອງ ເກົ່າໄຢ໋, ຮ່າໂນ້ຍ.

ເບີໂທ: 093 657 1080



top