ຂ່າວສານ

ຈົດໝາຍຂອບໃຈຈາກສະຫາຍເລຂາທິການໃຫຍ່, ປະທານ ປະເທດ ສປ ຈີນ ສີຈິ້ນຜິງ ເຖິງສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ສີຈິ້ນຜິງ ໄດ້ສົ່ງຈົດໝາຍຂອບໃຈເຖິງສະຫາຍເລຂາ ທິການ ໃຫຍ່ ຫງວຽນຝູ໋ຈ້ອງ ທີ່ໄດ້ສົ່ງສານເສົ້າສະຫຼົດໃຈຕໍ່ການ ມໍລະນະກໍາ ຂອງ ສະຫາຍ ຈຽງເຈີມິນ.
  ສະຫາຍ ສີຈີຜິງ, ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຈີນ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນ ຈີນ  

ສຳນັກຂ່າວສານ ຫວຽດນາມ ຂໍນຳສະເໜີເນື້ອໃນ ຈົດໝາຍ ສະບັບນີ້:

ຈົດໝາຍຂອບໃຈ

ຂໍຮຽນ: ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກ​ ກອມ​ມູນິດ​ຫວຽດນາມ.

ຂໍຕາງໜ້າ​ພັກ, ລັດ ​ແລະ ປະຊາຊົນ​ ຈີນ, ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ທີ່ສະຫາຍ​ໄດ້​ສົ່ງ​ຄວາມ​ເສົ້າສະຫຼົດ​ໃຈ​ຕໍ່​ການ​ມໍລະນະກໍາ ຂອງ​ສະຫາຍ ​ຈຽງເຈີມິນ ​ແລະ ​ຂໍ​ຝາກຄວາມ​ຂອບ​ອົກ​ຂອບ​ໃຈ​ຈາກຄອບຄົວ​ສະຫາຍ ​ຈຽງເຈີມິນ ເຖິງ ສະຫາຍ.

ສະຫາຍ​ ຈຽງເຈີມິນ ​ພ້ອມ​ກັບ​ການ​ນຳ ​ຫວຽດນາມ ​ໄດ້​ຊຸກ ຍູ້​ການ​ປັບປຸງ​ສາຍ​ພົວພັນ​ ຈີນ-ຫວຽດນາມ​ໃຫ້​ເປັນ​ປົກ ກະ ຕິ, ​ໄດ້​ຈັດ​ຕັ້ງ​ຄຳ​ຂວັນ 16 ຄໍາ​ວ່າ ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ ຕະພາບ, ການ​ຮ່ວມ​ມື​ຮອບດ້ານ, ສະຖຽນ​ລະ​ພາບ​ຍາວ​ນານ, ມຸ່ງ​ໄປ​ເຖິງ​ອະນາຄົດ”, ​ໄດ້​ມີ​ອິດ​ທິພົນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ພັດທະນາ​ຂອງການພົວພັນ ​ຈີນ - ຫວຽດ​ນາມ.

ຫວ່າງ​ມໍ່ໆ ​ນີ້, ສະຫາຍ​ເລຂາທິການ​ໃຫຍ່​ ໄດ້​ດຳ​ເນີນ​ການ​ຢ້ຽມຢາມ ​ສປ ຈີນ ​ຢ່າງ​ສຳ​ເລັດ​ຜົນ. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ໄດ້​ປຶກສາ​ຫາລື ​ກ່ຽວ​ກັບ​ທິດ​ທາງ​ໃຫຍ່​ ເພື່ອ​ພັດທະນາ​ການ​ພົວພັນ​ລະຫວ່າງ ​ຈີນ-ຫວຽດນາມ ​ແລະ​ ບັນລຸ​ຈຸດ ໝາຍ​ຮ່ວມ​ທີ່​ສຳຄັນ. ຂ້າພະ​ເຈົ້າ​ຖື​ເປັນ​ສຳຄັນ​ການ​ພັດທະ ນາ​ການ​ພົວພັນ ​ລະຫວ່າງ​ ຈີນ-ຫວຽດນາມ, ພ້ອມ​ແລ້ວ​ຮ່ວມກັບສະຫາຍ ໃນຄວາມພະຍາຍາມ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ຈີນ-ຫວຽດນາມ​ ໃນ​ຍຸກ​ໃໝ່​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂໍອວຍພອນໄຊອັນປະເສີດມາຍັງສະຫາຍ.

ສີຈິ້ນຜິງ, ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ.

 


top