ນີ້ແມ່ນການຮັບຮູ້ທີ່ສົມກັບນ້ຳໃຈອັນຈົງຮັກພັກດີເປັນທີ່ສຸດຕໍ່ການປະຕິວັດ ແລະ ກຳລັງນຳພາທີ່ໄດ້ພິສູດໃຫ້ເຫັນຜ່ານພຶດຕິກຳຕົວຈິງ, ເພື່ອສືບຕໍ່ນຳພາຊາດ ຫວຽດນາມ ວິລະຊົນ ບົນເສັ້ນທາງກໍ່ສ້າງລັດທິສັງຄົມນິຍົມຢ່າງສຳເລັດຜົນ.
ການນຳຫຼາຍປະເທດ, ພັກການເມືອງໄດ້ສົ່ງໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍ ບັນດາການນຳ ຫວຽດນາມ (ພາບປະກອບ)
ເນື່ອງໃນໂອກາດ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງປະທານປະເທດແຫ່ງ ສສ.ຫວຽດນາມ, ທ່ານ ເລມິນຮຶງ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ, ທ່ານ ເຈິ່ນແທັງເໝີ້ນ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດ ສສ.ຫວຽດນາມ, ການນຳຫຼາຍປະເທດ, ພັກການເມືອງໄດ້ສົ່ງໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍ.
ການນຳປະຕິວັດ ກຸຍບາ, ທ່ານພົນເອກ Raul Castro Cruz ໄດ້ຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານປະເທດແຫ່ງ ສສ.ຫວຽດນາມ; ທ່ານໃຫ້ຮູ້ວ່າ ນີ້ແມ່ນການຮັບຮູ້ທີ່ສົມກັບນ້ຳໃຈອັນຈົງຮັກພັກດີເປັນທີ່ສຸດຕໍ່ການປະຕິວັດ ແລະ ກຳລັງນຳພາທີ່ໄດ້ພິສູດໃຫ້ເຫັນຜ່ານພຶດຕິກຳຕົວຈິງ, ເພື່ອສືບຕໍ່ນຳພາຊາດ ຫວຽດນາມ ວິລະຊົນ ບົນເສັ້ນທາງກໍ່ສ້າງລັດທິສັງຄົມນິຍົມຢ່າງສຳເລັດຜົນ.
ກະສັດ ບຣູໄນ Brunei Darusalam Haji HassanalBolkiah ຢືນຢັນວ່າ ເລື່ອງ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ແມ່ນສິ່ງພິສູດໃຫ້ເຫັນຄວາມສຸດຈິດສຸດໃຈ ແລະ ບັນດາການປະກອບສ່ວນທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງທ່ານເລຂາທິການໃຫຍ່. ພ້ອມກັນນັ້ນກໍ່ປາດຖະໜາຢາກຮ່ວມມືກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ່າງແໜ້ນແຟ້ນ ເພື່ອເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ.
ທ່ານ Tharman Shanmugaratnam ປະທານາທິບໍດີ ສິງກະໂປ ຢືນຢັນວ່າ 2 ປະເທດມີຫຼາຍຜົນປະໂຫຍດລວມໃນການຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດສີຂຽວ ແລະ ເສດຖະກິດດີຈີຕອນ, ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມທະວີການສົມທົບກັນກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເພື່ອເຮັດໃຫ້ການພົວພັນ 2 ຝ່າຍ ກໍຄືການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນເລິກເຊິ່ງຂຶ້ນຕື່ມ.