ຂ່າວສານ

ຈຸດວັດທະນະທໍາດື່ມກາເຟຫວຽດນາມ ຢູ່ ອີຕາລີ

      ນີ້ຈະແມ່ນເຫດການຂອງວົງຄະນະຍາດຊາວຫວຽດນາມ ອາໄສ ຢູ່ ອີຕາລີ ແລະ ບັນດາເພື່ອນຜູ້ຊົມຊອບຫວຽດນາມ ຢູ່ພາກເໜືອອີຕາລີ ດ້ວຍຈຸດວັດທະນະທໍາເຂດຊົນຮ້ອນ, ສິລະປະການກິນດື່ມ...

ທ່ານນາງ ປອ. Sandra Scagliotti, ຫົວໜ້າກົງສູນກິຕິມະສັກຫວຽດນາມ ປະຈໍາ ຕູຣີນ (ຜູ້ຢູ່ໃຈກາງ) (ພາບ:   TTXVN)
       ຈຸດວັດທະນະທໍາທີ່ເຂັ້ມຂົ້ນໄປດ້ວຍສີສັນຫວຽດນາມ ຈະປະກົດມີຢູ່ບໍລິເວນສໍານັກງານກົງສູນກິຕິມະສັກຫວຽດນາມ ທີ່ນະຄອນ ຕູຣີນ ໃນອະນາຄົດ ອັນໃກ້ໆນີ້. ນີ້ແມ່ນຄໍາແບ່ງປັນ ຂອງທ່ານນາງ ປອ. Sandra Scagliotti, ຫົວໜ້າກົງສູນກິຕິມະສັກຫວຽດນາມ ປະຈໍາ ຕູຣີນ ທາງພາກເໜືອ ອີຕາລີ ເນື່ອງໃນໂອກາດການພົບປະສັງສັນໃນບຸນເຕັດປີກຸນ 2019. ນີ້ຈະແມ່ນເຫດການຂອງວົງຄະນະຍາດຊາວຫວຽດນາມ ອາໄສ ຢູ່ ອີຕາລີ ແລະ ບັນດາເພື່ອນຜູ້ຊົມຊອບຫວຽດນາມ ຢູ່ພາກເໜືອອີຕາລີ ດ້ວຍຈຸດວັດທະນະທໍາເຂດຊົນຮ້ອນ, ສິລະປະການກິນດື່ມ, ດົນຕີ ແລະ ບັນດາເຫດການທີ່ພົ້ນເດັ່ນຈະຖືກແນະນໍາເພື່ອໃຫ້ຜູ້ຄົນທັງຫຼາຍຮັບຊາບກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top