ໃນສະພາບການໂລກ ທີ່ພວມມີການປ່ຽນແປງ ຢ່າງເລິກເຊິ່ງ, ເຊິ່ງ ໄດ້ວາງອອກຂໍ້ກຳນົດໃໝ່ ແລະ ຮອບດ້ານ ໃຫ້ແກ່ການສຶກສາ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າ ຄວາມຮຽກຮ້ອງຕ້ອງການອັນຮີບ ດ່ວນ ໃນການກະກຽມພົນລະເມືອງລຸ້ນໃໝ່ - ຜູ້ທີ່ມີຄວາມໜັກ ແໜ້ນ, ສະຕິປັນຍາ ແລະ ທັກສະຢ່າງພຽງພໍ ເພື່ອເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ. ດ້ວຍຈິດໃຈດັ່ງກ່າວ, ມະຕິເລກທີ 71-NQ/TW ຂອງກົມການເມືອງ ຖືວ່າ ເປັນບາດກ້າວບຸກທະລຸ ທາງ ດ້ານຍຸດທະສາດ ແນໃສ່ຟື້ນຟູ ພື້ນຖານການສຶກສາ, ປຸກລຸກ ຄວາມມຸ່ງຫວັງໃນການພັດທະນາ ແລະ ສ້າງອະນາຄົດ ຂອງ ປະເທດຊາດ.
ໃນສະພາບການໂລກ ທີ່ພວມມີການປ່ຽນແປງ ຢ່າງເລິກເຊິ່ງ, ເຊິ່ງ ໄດ້ວາງອອກຂໍ້ກຳນົດໃໝ່ ແລະ ຮອບດ້ານ ໃຫ້ແກ່ການສຶກສາ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າ ຄວາມຮຽກຮ້ອງຕ້ອງການອັນຮີບ ດ່ວນ ໃນການກະກຽມພົນລະເມືອງລຸ້ນໃໝ່ - ຜູ້ທີ່ມີຄວາມໜັກ ແໜ້ນ, ສະຕິປັນຍາ ແລະ ທັກສະຢ່າງພຽງພໍ ເພື່ອເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ. ດ້ວຍຈິດໃຈດັ່ງກ່າວ, ມະຕິເລກທີ 71-NQ/TW ຂອງກົມການເມືອງ ຖືວ່າ ເປັນບາດກ້າວບຸກທະລຸ ທາງ ດ້ານຍຸດທະສາດ ແນໃສ່ຟື້ນຟູ ພື້ນຖານການສຶກສາ, ປຸກລຸກ ຄວາມມຸ່ງຫວັງໃນການພັດທະນາ ແລະ ສ້າງອະນາຄົດ ຂອງ ປະເທດຊາດ.
ການສຶກສາ - ພື້ນຖານ “ກໍາລັງແຮງ ຂອງຊາດ”
ມະຕິ 71 ໄດ້ຢືນຢັນ ຢ່າງຈະແຈ້ງວ່າ: ການສຶກສາ ແລະ ການບໍາ ລຸງສ້າງ ແມ່ນລັດຖະນະໂຍບາຍ ອັນດັບໜຶ່ງ, ມີບົດບາດຕັດສິນ ຊີ້ຂາດ ຕໍ່ອະນາຄົດຂອງຊາດ. ໃນກອງປະຊຸມທົ່ວປະເທດ ເພື່ອເຊື່ອມຊຶມ ແລະ
ຈັດຕັ້ງປະຕິບັດ 4 ມະຕິຂອງກົມການເມືອງ ໃນວັນທີ 16 ກັນຍາ 2025,
ສະຫາຍເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ການລົງທຶນໃຫ້ແກ່ການສຶກສາ
ແມ່ນການລົງທຶນ, ບຳລຸງສ້າງ ແລະ ຍົກສູງ “ກໍາລັງແຮງ ຂອງຊາດ”. ນີ້ແມ່ນ ຂົງເຂດ ເປັນກຸນແຈ ຂອງ ທຸກກຸນແຈ, ແມ່ນພື້ນຖານແກນກາງ ເພື່ອ ຍົກສູງ ສະມັດຕະພາບ, ຄວາມສາມາດ ໃນການແຂ່ງຂັນ ແລະ ບຳລຸງລ້ຽງ ຄວາມມຸ່ງຫວັງ ໃນການພັດທະນາ. ກໍານົດທິດ ທີ່ສອດໃສ່ ນະໂຍບາຍ ທັງໝົດແມ່ນ “ຖືເອົາຄຸນະພາບເປັນແກນ, ຖືເອົາຄູອາຈານ ເປັນຈຸດສຸມ, ຖືເອົາເຕັກໂນໂລຊີ ເປັນໄມ້ງັດ”.
ສະຫາຍ ເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ, ໃຫ້ກຳລັງໃຈ ຖັນແຖວພະນັກງານ, ຄູອາຈານ, ນັກຮຽນ ແລະ ມອບຫ້ອງ ທົດລອງ ການສຶກສາ STEM ໃຫ້ແກ່ໂຮງຮຽນ ມັດທະຍົມຕອນ ປາຍ ພອນສະຫວັນ
ຮ່າໂນ້ຍ - ອໍາສະເຕີດໍາ (Hanoi - Amsterdam) ແລະ ໂຮງຮຽນ ມັດທະຍົມຕອນຕົ້ນ
ເກົ່າໄຢ໋. ພາບ: ຖົ໋ງເຍິດ/VNA
ບົນພື້ນຖານນັ້ນ, ບັນດາບຸລິມະສິດຕ່າງໆ ໃຫ້ແກ່ການລົງທຶນ ໄດ້ ຖືກກຳນົດຢ່າງຈະແຈ້ງ. ໃນຊັ້ນອະນຸບານ ແລະ ປະຖົມ/ມັດຖະ ຍົມ, ລັດ ຈະສຸມໃສ່ການເສີມສ້າງພື້ນຖານໂຄງລ່າງ ຂອງ ໂຮງ ຮຽນ, ພັດທະນາສະຖານທີ່ຮຽນ ໃຫ້ທັນສະໄໝ ເຊັ່ນ: ຫ້ອງທົດ ລອງ, ຫ້ອງປະສົບການ STEM/STEAM, ພ້ອມທັງເພີ່ມເງື່ອນໄຂ ການຝຶກຝົນຫຼໍ່ຫຼອມຮ່າງກາຍ.
ໂດຍສະເພາະ, ເຄືອຂ່າຍໂຮງຮຽນ ກິນນອນ ຊົນເຜົ່າ
ຈະໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ຢູ່ເຂດ ຊົນເຜົ່າສ່ວນໜ້ອຍ, ເຂດທີ່ມີຄວາມຫຍຸ້ງຍາກ
ແລະ ເຂດຊາຍ ແດນ, ເພື່ອປະກອບສ່ວນຮັບປະກັນ ຄວາມຍຸຕິທຳ ໃນການເຂົ້າ ເຖິງການສຶກສາ.
ສຳລັບການສຶກສາວິຊາຊີບ ແລະ ມະຫາວິທະຍາໄລ, ມະຕິ 71 ໄດ້ວາງອອກ ກົນໄກການຈັດແບ່ງງົບປະມານ ໂດຍອີງໃສ່ ພາລະ ກໍາ, ຄຸນນະພາບ ແລະ ປະສິດທິຜົນແຫ່ງການສຶກສາ. ລັດບຸລິມະ ສິດການສັ່ງຈອງ, ມອບໝາຍໜ້າທີ່ ໃຫ້ແກ່ຂົງເຂດທີ່ສຳຄັນ, ພ້ອມທັງສ້າງເງື່ອນໄຂທາງດ້ານນະໂຍບາຍ
ເພື່ອດຶງດູດ ການເຂົ້າຮ່ວມ ຂອງບັນດານັກລົງທຶນ ແລະ ອົງການຈັດຕັ້ງສັງຄົມ ມີສ່ວນຮ່ວມໃນການພັດທະນາການສຶກສາ.
ນີ້ແມ່ນ ຂົງເຂດ ເປັນກຸນແຈ ຂອງ ທຸກກຸນແຈ, ແມ່ນພື້ນຖານແກນກາງ ເພື່ອ ຍົກສູງ ສະມັດຕະພາບ, ຄວາມສາມາດ ໃນການແຂ່ງຂັນ ແລະ ບຳລຸງລ້ຽງ ຄວາມມຸ່ງຫວັງ ໃນການພັດທະນາ.
ທ່ານນາງຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ເຂົ້າຮ່ວມ ພິທີເປີດນຳໃຊ້ ຫ້ອງທົດລອງການສຶກສາ STEM ຢູ່ ໂຮງຮຽນ ມັດທະຍົມຕອນປາຍ ຫງວຽນເຫວ້, ຕາແສງ ອຽນບ໋າຍ, ແຂວງ ລາວກາຍ. ພາບ: ດິງຖຸ່ຍ/VNA
ຫ້ອງທົດລອງການສຶກສາ STEM ຢູ່ ໂຮງຮຽນ ມັດທະຍົມຕອນປາຍ ຫງວຽນເຫວ້, ຕາແສງ ອຽນບ໋າຍ, ແຂວງ ລາວກາຍ. ນີ້ແມ່ນເນື້ອໃນທີ່ນອນຢູ່ໃນ ໂຄງການ ຂອງ
ກຸ່ມບໍລິສັດ ອຸດສາຫະກຳ - ພະລັງງານ ແຫ່ງຊາດ ທີ່ໄດ້ມອບຫ້ອງ STEM ມາດຕະຖານສາກົນ ຈຳນວນ 100 ຫ້ອງ ຢູ່ 34 ແຂວງ ແລະ ນະຄອນ ໃນທົ່ວປະເທດ. ພາບ: ດິງຖຸ່ຍ/VNA
ຕາມ ສຈ. ປອ ຫງວຽນດິ່ງດຶກ, ການເພີ່ມທະວີ ການລົງທຶນ ໃຫ້ແກ່ການສຶກສາ ແລະ ຖັນແຖວຄູອາຈານ ບໍ່ພຽງແຕ່ ສະແດງ ໃຫ້ເຫັນເຖິງ ຄວາມມຸ່ງໝັ້ນອັນແຮງກ້າ ຂອງລັດເທົ່ານັ້ນ, ແຕ່ຍັງ ແມ່ນວິທີການແກ້ໄຂໂດຍກົງ ເພື່ອຍົກສູງຄຸນະພາບການຝຶກ ອົບຮົມ ອີກດ້ວຍ. ພື້ນຖານວັດຖຸ ທີ່ທັນສະໄໝ, ການຕິດພັນຢ່າງ ແໜ້ນແຟ້ນ ລະຫວ່າງ ການກໍ່ສ້າງ - ການຄົ້ນຄວ້າ - ວິສາຫະກິດ, ພ້ອມກັບ ການປັບປຸງລາຍຮັບ ໃຫ້ແກ່ຄູອາຈານ ຈະສ້າງເປັນ ກຳລັງຊຸກຍູ້ ໃຫ້ລະບົບການສຶກສາ ຫວຽດນາມ ເຊື່ອມໂຍງກັບ ມາດຖານສາກົນໄດ້ໄວຂຶ້ນ.
ພົນລະເມືອງໂລກ ໃນຍຸກເຕັກໂນໂລຊີ
ໃນໂລກ ທີ່ພວມມີການຜັນແປງຢ່າງວ່ອງໄວ ດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ, ມະຕິ 71 ໄດ້ເນັ້ນໜັກເປັນພິເສດ ເຖິງໜ້າທີ່ ໃນການບຳລຸງສ້າງ ລຸ້ນຄົນ ທີ່ເປັນພົນລະເມືອງໂລກ. ຊາວໜຸ່ມ ຫວຽດນາມ ໄດ້ຮັບຄວາມຄາດຫວັງວ່າ ຈະພັດທະນາ ຈິນຕະນາ ການ ດ້ານການປະດິດສ້າງ, ຄວາມສາມາດ ໃນການຕີລາຄາ ແລະ ຄວາມສາມາດ ໃນການປັບຕົວເຂົ້າກັບ ການປ່ຽນແປງ ຂອງ ເຕັກໂນໂລຊີ ຢ່າງວ່ອງໄວ. ພ້ອມກັນນັ້ນ, ທັກສະ ພາສາຕ່າງປະເທດ ແລະ ຄວາມສາມາດ ໃນການສື່ສານສາກົນ ໄດ້ຖືວ່າແມ່ນ ກະແຈ ເພື່ອເຂົ້າຮ່ວມການແຂ່ງຂັນ ຢ່າງຍຸຕິທໍາ ໃນສະພາບແວດລ້ອມ ລະດັບໂລກ.
ບັນດານ້ອງນັກຮຽນ ເຂົ້າຮ່ວມການແຂ່ງຂັນ HNUE
Olympic STEM 2025 ພາຍໃຕ້ຫົວຂໍ້ “Shaping a Green Future - ສ້າງສາອະນາຄົດສີຂຽວ” ໂດຍມະຫາວິທະຍາໄລ ສ້າງຄູ ຮ່າໂນ້ຍ ເປັນຜູ້ລິເລີ່ມ.
ພາບ: ແທັງຕຸ່ງ/VNA
ເພື່ອເຮັດໃຫ້ເປົ້າໝາຍນີ້ ປະກົດຜົນເປັນຈິງ, ມະຕິ 71 ໄດ້ກຳນົດ ວິທີການແກ້ໄຂ ທີ່ເປັນຈຸດສຸມ8 ໝວດ, ລວມມີ: ສ້າງມາດຖານ ຜົນການຮຽນ ລະດັບຊາດ ຕາມລະດັບການສຶກສາ ແລະ ວິຊາຊີບ. ຈັດຕັ້ງການກວດສອບຄຸນະພາບ ແບບບັງຄັບ, ປະກາດການ ຈັດ ອັນດັບ ທີ່ຕິດພັນກັບພາລະໜ້າທີ່. ປ່ຽນແປງໃໝ່ຫຼັກສູດ ແລະ ການປະເມີນຜົນ, ຫຼຸດຜ່ອນພະຍາດ ອ້າງຜົນງານ, ຕ້ານການ ສອນເພີ່ມ ແບບຊະຊາຍ, ຈັດຕັ້ງການປະເມີນ ຕາມມາດຖານ ແລະ ສຸມໃສ່ ທັກສະແກນກາງ; ມີການບຸກທະລຸ ໃນຖັນແຖວ ຄູອາຈານ; ຊຸກຍູ້ ຄວາມເປັນເຈົ້າຕົນເອງ ຂອງ ມະຫາວິທະຍາໄລ ໄປຄຽງຄູ່ກັບ ຄວາມຮັບຜິດຊອບ ໃນການ ຊີ້ແຈງອະທິບາຍ, ຮ່ວມກັບວິສາຫະກິດສ້າງຫຼັກສູດ, ເພີ່ມທະວີ ການຝຶກງານ ແບບມີເງິນເດືອນ, ສ້າງ ສູນນະວັດຕະກຳ. ຍົກລະດັບ ການສຶກສາ ວິຊາຊີບ ໃຫ້ຕິດພັນກັບ ຕ່ອງໂສ້ການສະໜອງ, ຮຽນແທ້ - ເຮັດແທ້ ຕາມຮູບແບບຄູ່, ຮັບຮອງ ໃບຢັ້ງຢືນທັກສະ ດີຈີຕອນ,
ປະເມີນຜົນໂດຍວິສາຫະກິດ; ຫັນເປັນ ດີຈີຕອນ ໃນການສຶກສາ; ການເງິນ ການສຶກສາ ທີ່ມີເປົ້າໝາຍ, ເອົາໃຈໃສ່ຊ່ວຍເຫຼືອກຸ່ມຄົນ ທີ່ດ້ອຍໂອກາດ ດ້ວຍວິທີການ ແກ້ໄຂທີ່ເໝາະສົມ; ຫັນເປັນ ສາກົນ, ຮັບຮອງໜ່ວຍກິດ, ຫຼັກສູດ ຮ່ວມມື, ດຶງດູດນັກຊ່ຽວຊານ ສາກົນ, ຍົກລະດັບ ມາດຖານພາສາ ຕ່າງປະເທດ ຕາມ ຂະແໜງການ.
ຮູບແບບ EduBiofarm ຂອງສະຖາບັນ ເຕັກໂນໂລຊີ
ຊີວະ ພາບ, ມະຫາວິທະຍາໄລ ເຫວ້ ໄດ້ດຶງດູດນັກສຶກສາ ເປັນຈຳ ນວນຫຼວງຫຼາຍ
ທີ່ມາຈາກບັນດາແຂວງ, ນະຄອນ ໃນທົ່ວປະເທດ ມາຢ້ຽມຊົມ ແລະ ທົດລອງຕົວຈິງ. ພາບ: ວັນຢຸ໊ງ/VNA
ບັນດານ້ອງນັກຮຽນ ຢູ່ນະຄອນ ໂຮ່ຈີມິນ ຄົ້ນຄວ້າວິທະຍາ ສາດ. ພາບ: ແທັງຫວູ໊/VNA
ດ້ວຍທິດທາງທ່ີຮອບດ້ານ, ການສຶກສາ ຫວຽດນາມ ໄດ້ຮັບຄວາມ ຄາດຫວັງວ່າ ຈະສ້າງຄົນລຸ້ນໃໝ່ ທີ່ມີທັງຄວາມສາມາດ ດ້ານວິຊາ ສະເພາະ, ຊຳນານງານ ດ້ານເຕັກໂນໂລຊີ ແລະ ປັນຍາປະດິດ, ແຕ່ຍັງອຸດົມໄປດ້ວຍສີສັນວັດທະນະທຳ ແລະ ຈິດໃຈ ອຸທິດຕົນ. ນີ້ ຄືແຫຼ່ງກໍາລັງບຸກຄະລາກອນ ທີ່ມີລັກສະນະຕັດສິນເພື່ອໃຫ້ ຫວຽດ ນາມ ບັນລຸເປົ້າໝາຍການພັດທະນາ ໃນໄລຍະຍາວ, ກ້າວໄປສູ່ ອະນາຄົດ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ຍືນຍົງ.
ບົດ: ແທັງຮ່ວາ/VNP - ພາບ: VNA - ແປໂດຍ:
ບິກລຽນ