ຂ່າວສານ

ຈີ​ນ ແລະ ສິງ​ກະ​ໂປ ຍົກ​ລະ​ດັບ​ການ​ພົ​ວ​ພັນ​ສອງ​ຝ່າຍ

ວັນທີ 01 ເມສາ, ຈີນ ແລະ ສິງກະໂປ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານທີ່ມີຄຸນນະພາບສູງ ມຸ່ງໄປສູ່ອະນາຄົດ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໄປຢ້ຽມຢາມ ຈີນ ແຕ່ວັນທີ 27 ມີນາ ຫາວັນທີ 01 ເມສາ.
  ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ພົບປະທ່ານປະທານປະເທດຈີນ ສີຈິ້ນຜິງ ໃນວັນທີ 31 ມີນາ   

ຖະແຫຼງການໄດ້ຊີ້ແຈ້ງວ່າ ເລື່ອງຍົກລະດັບການພົວພັນສອງຝ່າຍນັ້ນ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງສອງປະເທດໃນການສ້າງທິດກ້າວເດີນຍຸດທະສາດ ແລະ ແຜນວາດພັດທະນາການພົວພັນສອງຝ່າຍໃນອະນາຄົດ. ສອງປະເທດກໍປາດຖະໜາຢາກປັບປຸງການຮ່ວມມືຮອບດ້ານ ແລະ ມີຫົວຄິດປະດິດສ້າງໃນບັນດາຂົງເຂດ: ການຄ້າ ແລະ ການລົງທຶນ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການເງິນ, ການບິນ ແລະ ພົວພັນແລກປ່ຽນປະຊາຊົນ. ສອງຝ່າຍໃຫ້ຄຳໝັ້ນສັນຍາຮ່ວມມືກັນໃນບັນດາຂົງເຂດຄືຫັນເປັນດີຈີຕອນ, ຄົ້ນຫາໂອກາດການເຕີບໂຕ ມຸ່ງໄປເຖິງອະນາຄົດ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ ແລະ ເສີມຂະຫຍາຍກົນໄກລະຫວ່າງລັດຖະບານຢ່າງມີປະສິດທິຜົນ.

ສອງປະເທດກໍຢັ້ງຢືນວ່າ ຕ້ອງສົມທົບກັນເພື່ອແນໃສ່ປະຕິບັດຂໍ້ຕົກລົງວ່າດ້ວຍຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງມີປະສິດທິຜົນ ແລະ ຍູ້ແຮງວຽກງານກະກຽມ ເພື່ອປັບປຸງກອບຮ່ວມມືການຄ້າເສລີ ອາຊຽນ - ຈີນ (ACFTA 3.0) ໃຫ້ຫຼາຍກວ່າອີກ ເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.

 


top