ຂ່າວສານ

ຈີນ​ໃຫ້​ສ້າງ​ຕັ້ງ 2 ເມືອງ​ຄຸ້ມ​ຄອງໝູ່​​ເກາະເຈືອງ​ຊາ ແລະ ຮ່​ວາງ​ຊາ ຂອງ ຫວຽດ​ນາມ ຢ່າງ​ຜິດ​ກົດ​ໝາຍ​ສາ​ກົນ

ຕາມຂໍ້ມູນຂ່າວສານຂອງເຄືອຂ່າຍໂທລະພາບທົ່ວໂລກ ຈີນ, ກະຊວງບໍລິຫານຈີນ ໄດ້ອອກແຈ້ງການເມືອວັນທີ 18 ເມສາ ເຊິ່ງໃຫ້ຮູ້ວ່າ, ລັດຖະບານ ຈີນເມື່ອບໍ່ດົນມານີ້ ໄດ້ອະນຸມັດຜ່ານຂໍ້ຕົກລົງສ້າງຕັ້ງອັນທີ່ໄດ້ເອີ້ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ” ຂຶ້ນກັບ "ນະຄອນຕ້າມຊາ” ແຂວງໄຮໜານ.

ກາະຝູເລິມຂຶ້ນກັບໝູ່ເກາະເຈືອງຊາຂອງ ຫວຽດນາມ ຖືກຈີນຢຶດຄອງຢ່າງຜິດກົດໝາຍ (ພາບ: CSIS/AMTI)

ນີ້ແມ່ນການກະທຳທີ່ໄດ້ລະເມີດກົດໝາຍສາກົນ, ພິເສດແມ່ນລະເມີດອະທິປະໄຕທີ່ບໍ່ອາດໂຕ້ຖຽງໄດ້ຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ, ກະຊວງບໍລິຫານຂອງຈີນຍັງມີການກະທຳຢ່າງບັງອາດເຊິ່ງໄດ້ກຳນົດວ່າ ສຳນັກງານຂອງອັນທີ່ເອີ້ນວ່າ “ເມືອງເກາະ ຊີຊາ” ຈະຕັ້ງຢູ່ເກາະ ຝູເລິມ ຂຶ້ນກັບໝູ່ເກາະຮ່ວາງຊາ ຂອງ ຫວຽດນາມ; ສຳນັກງານຂອງອັນທີ່ເອີ້ນວ່າ “ເມືອງເກາະໜານຊາ” ຈະຖືກຕັ້ງຢູ່ຫາດດອນຫີນ ຈື໊ເທິບ ຂຶ້ນກັບໝູ່ເກາະເຈືອງຊາຂອງ ຫວຽດນາມ.

ທີ່ກອງປະຊຸມຖະແຫຼງຂ່າວເມື່ອວັນທີ 26 ມີນາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງໄດ້ຊີ້ແຈ້ງວ່າ: ດັ່ງທີໄດ້ຢັ້ງຢືນມາຫຼາຍຄັ້ງແລ້ວວ່າ  ຫວຽດນາມມີພື້ນຖານນິຕິທຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນ ອະທິປະໄຕຂອງ ຫວຽດນາມທີ່ມີ ຕໍ່ 2 ໝູ່ເກາະເຈືອງຊາ, ຮ່ວາງຊາເຊິ່ງສອດຄອງກັບກົດໝາຍສາກົນ. ຕາມນັ້ນແລ້ວ, ການເຄື່ອນໄຫວທຸກຢ່າງຢູ່ 2 ໝູ່ເກາະນີ້ກໍ່ຕ້ອງໄດ້ຮັບອະນຸຍາດຈາກ ຫວຽດນາມ. ຫວຽດນາມ ຮຽກຮ້ອງຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ, ບໍ່ຄວນມີການກະທຳເພີ່ມທະວີຄວາມເຄັ່ງຕຶງ ເຮັດໃຫ້ສະພາບການເພີ່ມຄວາມສັບສົນແລະສົ່ງຜົນສະທ້ອນຕໍ່ເສລີພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ພາກພື້ນ, ກໍ່ຄືຄວາມມານະພະຍາຍາມຂອງບັນດາປະເທດໃນວິວັດທະນາການເຈລະຈາກ່ຽວກັບກົດແຫ່ງການປະພຶດ COC ຢູ່ທະເລຕາເວັນອອກ ລະຫວ່າງ ອາຊຽນ ແລະ ຈີນ.

 (ແຫຼ່ງຄັດຈາກ VOV)


top