ຂ່າວສານ

ຈີນ​ກ່າວ​ເຕືອນ​ຈະ​ໂຕ້​ຕອບ​ພາຍຫຼັງ EU ລົງ​ໂທດ​ວິ​ສາ​ຫະ​ກິດ

ໂດຍໂຕ້ຕອບຕໍ່ຖະແຫຼງການຂອງ EU, ໃນວັນດຽວກັນ, ທ່ານໂຄສົກກະຊວງການຄ້າຈີນ ໄດ້ຊີ້ແຈ້ງວ່າ ປັກກິ່ງຍາມໃດກໍ່ຄັດຄ້ານຕໍ່ບັນດາຄຳສັ່ງລົງໂທດແບບພຽງລຳພັງຝ່າຍດຽວ ໂດຍບໍ່ອີງຕາມກົດໝາຍສາກົນ ແລະ ບໍ່ໄດ້ຮັບການໃຫ້ສັດຕະຍາບັນ ຈາກ ສປຊ. ວັນທີ 23 ຕຸລາ, ສະຫະພາບ ເອີລົບ (EU) ໄດ້ປະກາດບ້ວງລົງໂທດເລກທີ 19 ຕໍ່ລັດເຊຍ, ໃນນີ້ເປັນຄັ້ງທຳອິດທີ່ໄດ້ນຳບັນດາໂຮງງານກັ່ນຕອງນ້ຳມັນ ແລະ ບໍລິສັດການຄ້ານ້ຳມັນບໍ່ໃຫຍ່ທີ່ສຸດຂອງ ຈີນຈຳນວນໜຶ່ງເຂົ້າໃນບັນຊີລາຍຊື່ລົງໂທດ .ໂດຍໂຕ້ຕອບຕໍ່ຖະແຫຼງການຂອງ EU, ໃນວັນດຽວກັນ, ທ່ານໂຄສົກກະຊວງການຄ້າຈີນ ໄດ້ຊີ້ແຈ້ງວ່າ ປັກກິ່ງຍາມໃດກໍ່ຄັດຄ້ານຕໍ່ບັນດາຄຳສັ່ງລົງໂທດແບບພຽງລຳພັງຝ່າຍດຽວ ໂດຍບໍ່ອີງຕາມກົດໝາຍສາກົນ ແລະ ບໍ່ໄດ້ຮັບການໃຫ້ສັດຕະຍາບັນ ຈາກ ສປຊ. ພ້ອມທັງກ່າວຫາການກະທຳຂອງ EU ໄປຝືນກັບຈິດໃຈຮ່ວມເດີນທາງຂອງບັນດາການນຳຈີນ - ເອີລົບ, ກໍ່ຜົນເສຍຫາຍຢ່າງຮ້າຍແຮງຕໍ່ການພົວພັນຮ່ວມມືເສດຖະກິດການຄ້າສອງຝ່າຍ, ເຮັດໃຫ້ຄວາມໝັ້ນຄົງດ້ານພະລັງງານທົ່ວໂລກຖືກຄອນແຄນໃ

top