ຂ່າວສານ

ຈີນໃຫ້ຄຳໝັ້ນສັນຍາສະໜອງວັກຊິນກັນໂຄວິດ - 19 ກ່ວາ 2 ຕື້ ໂດສໃຫ້ແກ່ໂລກ

      ຈີນ ຈະມານະພະຍາຍາມສະໜອງວັກຊິນກັນໂຄວິດ - 19 ກ່ວາ 2 ຕື້ໂດສ ໃຫ້ແກ່ບັນດາປະເທດໃນໂລກ ແລະ ມອບຈຳນວນເງິນ 100 ລ້ານ USD ໃຫ້ແກ່ກົນໄກແຈກຢາຍວັກຊິນທົ່ວໂລກ COVAX.       
ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: TTXVN)
      ນີ້ແມ່ນຄຳໝັ້ນສັນຍາໃໝ່ ໂດຍທ່ານປະທານປະເທດ ຈີນ ສີຈິ້ນຜິງ ຍົກອອກມາໃນສານທີ່ສົ່ງໄປຍັງເວທີປາໄສທາງໄກ ກ່ຽວກັບການຮ່ວມມືວັກຊິນ ໃນວັນທີ 5 ສິງຫາ. ທ່ານປະທານປະເທດ ຈີນ ໄດ້ຍົກອອກຄຳໝັ້ນສັນຍາໃນສະພາບການປະເທດນີ້ ກໍ່ພວມປະເຊີນໜ້າກັບການແຜ່ລະບາດໂລກລະບາດໂຄວິດ - 19 ຮອບອັນຕະລາຍທີ່ສຸດ ນັບແຕ່ບລະດູບານໃໝ່ ປີ 2020, ສ່ວນຫຼາຍແມ່ນຍ້ອນການເກີດຂຶ້ນຂອງເຊື້ອໄວຣັດ SARS – CoV – 2 ສາຍພັນ Delta. ສາຍພັນນີ້ ໄດ້ປະກົດຂຶ້ນຢູ່ຫຼາຍແຫ່ງຢູ່ປະເທດ ຈີນ, ໂດຍບັງຄັບວົງການເຈົ້າໜ້າທີ່ບັນດາປະເທດ ຕ້ອງປະຕິບັດຍຸດທະສາດວິໄຈຫາເຊື້ອໃນວົງກ້ວາງ ແລະ ກວດພົບຈຳນວນຜູ້ຕິດເຊື້ອໃໝ່ໃນແຕ່ລະວັນ ຢູ່ລະດັບສູງ ໃນເວລາຫຼາຍເດືອນ. ກ່ອນໜ້ານັ້ນ 2, 3 ອາທິດ, ໃນກອງປະຊຸມດ່ວນແບບທາງໄກ ລະຫວ່າງການນຳບັນດາປະເທດເຂົ້າຮ່ວມ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ທ່ານ ສີຈິ້ນຜິງ ກໍ່ໄດ້ໃຫ້ຄຳໝັ້ນສັນຍາ ຈະໜູນຊ່ວຍບັນດາປະເທດພວມພັດທະນາ ຈຳນວນເງິນ 3 ຕື້ USD ເພື່ອຮັບມືກັບໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)

 

top