ຂ່າວສານ

ຈີນໃຫ້ຄຳໝັ້ນສັນຍາ 8 ຂໍ້ລິເລີ່ມໃຫຍ່ສຳລັບ ທະວີບ ອາຟຣິກາ

      ຈີນ ຈະປະຕິບັດ 8 ຂໍ້ລິເລີ່ມໃຫຍ່ສຳລັບບັນດາປະເທດ ອາຟຣິກາ ໃນ 3 ປີຈະມາເຖິງ ແລະ ໄລຍະຍາວກ່ວາ, ໃນບັນດາຂົງເຂດຄື ຊຸກຍູ້ການຜະລິດອຸດສາຫະກຳ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ສ້າງເງື່ອນໄຂໃຫ້ແກ່ການຄ້າ ແລະ ການພັດທະນາຂຽວ…

ທ່ານປະທານປະເທດ ຈີນ ສີຈິ້ນຜິງ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)
      ກ່າວຄຳເຫັນໄຂກອງປະຊຸມສຸດຍອດເວທີປາໄສຮ່ວມມືຈີນ - ທະວີບ ອາຟຣີກາ (FOCAC) 2018 ຢູ່ປັກກິ່ງ ໃນວັນທີ 3 ກັນຍາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃຫ້ຮູ້ວ່າ: ຈີນ ຈະປະຕິບັດ 8 ຂໍ້ລິເລີ່ມໃຫຍ່ສຳລັບບັນດາປະເທດ ອາຟຣິກາ ໃນ 3 ປີຈະມາເຖິງ ແລະ ໄລຍະຍາວກ່ວາ, ໃນບັນດາຂົງເຂດຄື ຊຸກຍູ້ການຜະລິດອຸດສາຫະກຳ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ສ້າງເງື່ອນໄຂໃຫ້ແກ່ການຄ້າ ແລະ ການພັດທະນາຂຽວ…
        ທ່ານປະທານປະເທດ ສີຈິ້ນຜິງ ໃຫ້ຮູ້ວ່າ: ຈີນ ໄດ້ມອບສົ່ງ ຫຼື ກະກຽມປ່ອຍຈຳນວນເງິນ 60 ຕື້ USD ທີ່ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ທະວີບ ອາຟຣິກາ, ທີ່ໄດ້ຍົກອອກມາຢູ່ກອງປະຊຸມສຸດຍອດ FOCAC ຢູ່ Johannesburg, ອາຟຣິກາໃຕ້ ໃນປີ 2015, ເພື່ອຮັບປະກັນປະຕິບັດສຳລັບ 10 ແຜນການຮ່ວມມືທີ່ໄດ້ຮັບຮອງເອົາໃນກອງປະຊຸມນີ້, ດ້ວຍຈຳນວນໂຄງການພື້ນຖານໂຄງລ່າງຫຼາຍຄື: ເສັ້ນທາງລົດໄຟ, ເສັ້ນທາງດ່ວນ, ສະໜາມບິນ, ທ່າກ່ຳປັ່ນ… ກໍ່ຄືສ້າງບາງຂົງເຂດຮ່ວມມືເສດຖະກິດ ແລະ ການຄ້າ.
        ຕາມທ່ານ ສີຈິ້ນຜິງ ແລ້ວ, ຈີນ ເດີນຕາມການສຳຜັດ “5ບໍ່” ໃນການພົວພັນກັບ ອາຟຣິກາ ເຊິ່ງລວມມີ: ບໍ່ແຊກແຊງເຂົ້າການເລືອກເຟັ້ນເສັ້ນທາງແຫ່ງການພັດທະນາຂອງບັນດາປະເທດ ອາຟຣິກາ ທີ່ເໝາະສົມກັບເງື່ອນໄຂຂອງແຕ່ລະປະເທດ; ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ ອາຟຣິກາ; ບໍ່ຈັດວາງຄວາມປາດຖະໜາຂອງ ຈີນ ສຳລັບບັນດາປະເທດ ອາຟຣິກາ; ບໍ່ຕິດພັນຄວາມຮຽກຮ້ອງດ້ານການເມືອງ ກັບບັນດາການໜູນຊ່ວຍສະຫງວນໃຫ້ ອາຟຣິກາ; ແລະ ບໍ່ຊອກຫາວິທີຍາດແຍ່ງຜົນປະໂຫຍດດ້ານການເມືອງເຂົ້າໃນການຮ່ວມມືລົງທຶນ ແລະ ການເງິນ ກັບ ອາຟຣິກາ.
 (ແຫຼ່ງຄັດຈາກ VOV)

top