ຂ່າວສານ

ຈີນແລະອາເມລິກາປຶກສາຫາລືກ່ອນດຳເນີນຮອບເຈລະຈາດ້ານການຄ້າໃໝ່

      ໃນລະຫວ່າງວັນທີ 19 – 20 ກັນຍາ, ຢູ່ວໍຊິງຕັນ, ອາເມລິກາ ແລະ ຈີນ ໄດ້ດຳເນີນການປຶກສາຫາລືຂັ້ນຮອງລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາດ້ານການຄ້າ.

ຈີນແລະອາເມລິກາປຶກສາຫາລືກ່ອນດຳເນີນຮອບເຈລະຈາດ້ານການຄ້າໃໝ່ 
ພາບ: AFP/TTXVN
      ການປຶກສາຫາລືຈະສ້າງພື້ນຖານໃຫ້ຮອບເຈລະຈາຄັ້ງຕໍ່ໄປລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ, ຄາດວ່າຈະດຳເນີນໃນຕົ້ນເດືອນ ຕຸລາ ຈະມາເຖິງ.
        ທີ່ການປຶກສາຫາລືຄັ້ງນີ້, 2 ຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບເລື່ອງຈີນ ຊື້ສິນຄ້າຜະລິດຕະພັນກະເສດຂອງອາເມລິກາ ແລະ ບັນດາມາດຕະການຂອງປັກກິງ ເພື່ອແນໃສ່ແກ້ໄຂບັນດາຄວາມວິຕົກກັງວົນຂອງວໍຊິງຕັນ ທີ່ກ່ຽວຂ້ອງເຖິງຊັບສິນທາງປັນຍາ. 2 ຝ່າຍຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງເພື່ອຮັດແຄບຄວາມບໍ່ລົງລອຍກັນ ເພື່ອໃຫ້ຜູ້ຕາງໜ້າດ້ານການຄ້າອາເມລິກາ ທ່ານ Robert Lighthizer ພ້ອມກັບທ່ານລັດຖະມົນຕີການເງິນ Sterven Mnuchin ແລະ ທ່ານຮອງນາຍົກລັດຖະມົນຕີຈີນ ຫຼຽວເຄືອ ສາມາດລົງນາມໃນເດືອນຕຸລາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 


top