ຂ່າວສານ

ຈີນຮ້ອງຟ້ອງຂຶ້ນ WTO ເລື່ອງ ອາເມລິກາ ຈັດວາງອັດຕາພາສີນຳເຂົ້າ

      ວັນທີ 2 ກັນຍາກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ໄດ້ຮ້ອງຟ້ອງເລື່ອງ ອາເມລິກາ ຈັດວາງອັດຕາພາສີນຳເຂົ້າສຳລັບບັນດາປະເພດສິນຄ້າຂອງຈີນຂຶ້ນ ອົງການການຄ້າໂລກ  (WTO).

ພາບປະກອບ: Getty Images 
      ກະຊວງການຄ້າຈີນ ຖືວ່າ ບັນດາມາດຕະການພາສີຂອງ ອາເມລິກາແມ່ນ ໄປຝືນກັບຄວາມເຫັນດີເຫັນພ້ອມລະຫວ່າງການນຳສອງປະເທດຢູ່ນອກກອງປະຊຸມ G20 ຢູ່ Osaka, ປະເທດຍີ່ປຸ່ນ, ເມື່ອເດືອນມິຖຸນາ ທີ່ຜ່ານມາ. ກະຊວງການຄ້າຈີນ ກໍ່ຢັ້ງຢືນວ່າ ປະເທດນີ້ຈະ ປົກປ້ອງບັນດາສິດທີ່ຖືກກົດໝາຍຂອງຕົນຕາມຂໍ້ກຳນົດຂອງ WTOຢ່າງຂ້ຽວຂາດ.
        ແຕ່ວັນທີ 1 ກັນຍາ ອາເມລິກາ ໄດ້ເລີ່ມການຈັດວາງອັດຕາພາສີທີ່ມີມູນຄ່າ 125 ຕື້ USD ສຳລັບບາງປະເພດສິນຄ້ານຳເຂົ້າຈາກ ຈີນ ລວມມີ ເກີບ, ໂມງອັດສະລິຍະ ແລະ ໂທລະທັດຈໍແບນ. ໃນຂະນະນັ້ນ, ຝ່າຍຈີນກໍ່ຈັດວາງອັດຕາພາສີໃນລະດັບ 5 – 10% ຂຶ້ນບັນດາປະເພດສິນຄ້າຂອງອາເມລິກາ ທີ່ມີມູນຄ່າ 75 ຕື້ USD.
 (ແຫຼ່ງຄັດຈາກ VOV)


top