ຂ່າວສານ

ຈີນປະກາດປື້ມປົກຂາວກ່ຽວກັບໝາກຜົນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ຢູ່ແຂວງ ຫູເປີຍ, 90% ກໍລະນີຕິດໂລກລະບາດໄດ້ຮັບການປີນປົວຫາຍດີ ດ້ວຍຢາພື້ນເມື້ອງບັນລຸປະສິດທິຜົນ. 

ກໍລະນີຕິດໂລກລະບາດໂຄວິດ-19
(ພາບ: Reuters)
      ວັນທີ 07 ມິຖຸນາ, ຫ້ອງການຂໍ້ມູນຂ່າວສານລັດຖະບານຈີນ ໄດ້ປະກາດປື້ມປົກຂາວກ່ຽວກັບໝາກຜົນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ປະເທດນີ້, ໃນນັ້ນອັດຕາໄດ້ຮັບການປິ່ນປົວຫາຍດີຢູ່ຈີນ ແມ່ນບັນລຸກວ່າ 94%. ຕາມປື້ມປົກຂາວດ້ວຍຫົວຂໍ້ວ່າ “ປ້ອງກັນ, ຕ້ານໂລກລະບາດໂຄວິດ-19: ການກະທຳຂອງຈີນ” ແລ້ວ, ໄລ່ຮອດທ້າຍເດືອນ ພຶດສະພາ 2020, ຈີນ ມີ 83.017 ກໍລະນີຕິດໂລກລະບາດໂຄວິດ-19, ໃນນັ້ນມີ 78.307 ກໍລະນີໄດ້ຮັບການປິ່ນປົວຫາຍດີ ແລະ 4.634 ກໍລະນີເສຍຊີວິດ. ສະນັ້ນ, ອັດຕາໄດ້ຮັບການປິ່ນປົວຫາຍດີແມ່ນ 94,3%.
ກໍ່ຕາມປື້ມປົກຂາວນີ້ແລ້ວ, ຢູ່ແຂວງ ຫູເປີຍ, 90% ກໍລະນີຕິດໂລກລະບາດໄດ້ຮັບການປີນປົວຫາຍດີ ດ້ວຍຢາພື້ນເມື້ອງບັນລຸປະສິດທິຜົນ. ທຸກກໍລະນີຕິດໂລກລະບາດໂຄວິດ-19 ຫຼື ສົງໄສຕິດໂລກລະບາດລ້ວນແຕ່ໄດ້ຮັບການປິ່ນປົວໂດຍບໍ່ຄິດຄ່າ.
ກ່ຽວຂ້ອງເຖິງການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ໃນທົ່ວໂລກ, ປື້ມປົກຂາວຂອງຈີນ ສະແດງຄວາມເຊື່ອໝັ້ນວ່າ, ປະຊາຄົມສາກົນຈະບັນດາລຸຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ-19 ຖ້າຫາກວ່າ ສືບຕໍ່ສາມັກຄີກັນ ແລະ ຮ່ວມມືເພື່ອຮັບມື.
(ແຫຼ່ງຄັດຈາກ VOV)
 


top