ຂ່າວສານ

ຈີນຖືເປັນສຳຄັນທີ່ສຸດການພັດທະນາສາຍພົວພັນມິດຕະພາບກັບຫວຽດນາມ

      ຕອນບ່າຍວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງປົວ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ
      ແລະ ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງປົວ 
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ຈີນຄວນເພີ່ມທະວີການພົວພັນແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງ 2 ປະເທດຢ່າງເທົາທີ່ຄວນບົນພື້ນຖານເຄົາລົບກົດໝາຍສາກົນ.
     ສ່ວນ ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງປົວ ເນັ້ນໜັກວ່າ ພັກ, ລັດຖະບານຈີນຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບກັບຫວຽດນາມ. ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງປົວ ຫວັງວ່າ ໃນໄລຍະທີ່ຈະມາເຖິງ, 2 ປະເທດຈະສືບຕໍ່ພົບປະແລກປ່ຽນຂັ້ນສູງ, ຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top