ຂ່າວສານ

ຈີນຖະແຫຼງວ່າຈະມີ “ມາດຕະການຢ່າງແຮງ” ຕໍ່ການລົງໂທດຂອງອາເມລິກາ

      ວັນທີ 26 ມິຖຸນາ ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ຈະຈັດວາງຂໍ້ຈຳກັດວີຊາສຳລັບບັນດາເຈົ້າໜ້າທີ່ຂອງ ຈີນ ທີ່ກ່ຽວຂ້ອງເຖິງການຈຳກັດສິດເປັນເຈົ້າຕົນເອງ ຂອງ ຮົ່ງກົງ. ເຖິງຢ່າງໃດກໍ່ຕາມ, ທ່ານ Pompeo ບໍ່ເປີດເຜີຍຊື່ແລະນາມສະກຸນ ຂອງບັນດາເຈົ້າໜ້າທີ່ຈີນ ທີ່ຈະຖືກຈັດວາງບັນດາຂໍ້ຈຳກັດດັ່ງກ່າວຂອງອາເມລິກາ.

ສຳນັກງານຂອງສະຖານທູດຈີນປະຈຳອາເມລິກາ (ພາບ: ABC News/vtc.vn)
      ແລະກໍ່ໃນວັນດຽວກັນ, ອຳນາດການປົກຄອງສູນກາງ ຈີນ ແລະ ເຂດປົກຄອງພິເສດຮົ່ງກົງ ໄດ້ພ້ອມກັນອອກສຽງ “ຄັດຄ້ານຢ່າງແຮງ” ຕໍ່ເລື່ອງສະພາສູງອາເມລິກາຮັບຮອງເອົາຮ່າງກົດໝາຍວ່າດ້ວຍການລົງໂທດຈີນທີ່ກ່ຽວຂ້ອງເຖິງບັນຫາຮົ່ງກົງ ແລະ ເລື່ອງອາເມລິກາຈຳກັດວີຊາຂອງເຈົ້າໜ້າທີ່ປະເທດນີ້.
            ລາຍລະອຽດ, ຕໍ່ໜ້າເລື່ອງອາເມລິກາຕົກລົງຈຳກັດວີຊາຂອງບັນດາເຈົ້າໜ້າທີ່ຈີນ, ໂຄສົກສະຖານທູດຈີນ ອີກຄັ້ງໜຶ່ງຢັ້ງຢືນວ່າ ຮົ່ງກົງ ແມ່ນ ບັນຫາພາຍໃນຂອງປະເທດ ຈີນ ແລະ ຈີນບໍ່ອະນຸຍາດໃຫ້ ບໍ່ວ່າອິດທິກຳລັງພາຍນອກໃດເຂົ້າມາແຊກແຊງບັນຫານີ້. ຈີນໄດ້ກ່າວເຕືອນ ອາເມລິກາໃຫ້ “ປ່ຽນແປງຄວາມຜິດພາດໃນທັນທີ” ແລະ ຖອນຄືນບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ, ຢຸດຕິການແຊກແຊງເຂົ້າວຽກງານພາຍໃນຂອງຈີນ. ພ້ອມທັງຖະແຫຼງວ່າ ຈະສືບຕໍ່ປະຕິບັດບັນດາ “ມາດຕະການຢ່າງແຮງ” ເພື່ອປົກປັກຮັກສາ ອະທິປະໄຕ, ຄວາມໝັ້ນຄົງແຫ່ງຊາດ ແລະ ຜົນປະໂຫຍດພັດທະນາຂອງຕົນ;
 (ແຫຼ່ງຄັດຈາກ VOV)


top