ຂ່າວສານ

ຈີນຕີລາຄາສູງບົດບາດຂອງຫວຽດນາມໃນຖະນະເປັນປະທານອາຊຽນ

      ທ່ານ ເຕິ້ງຊີ່ຈູ່ ເອກອັກຄະລັດຖະທູດຈີນປະຈຳອາຊຽນໄດ້ຕີລາຄາວ່າ ຫວຽດນາມໄດ້ແບກຫາບພາລະໜ້າທີ່ປະທານອາຊຽນໃນໄລຍະປະສົບກັບຄວາມຫຍຸ້ງຍາກ ແລະ ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໂດຍຫວຽດນາມວາງອອກໃນປີນີ້ແມ່ນເໝາະສົມທີ່ສຸດ. 

ທ່ານ ເຕິ້ງຊີ່ຈູ່ ເອກອັກຄະລັດຖະທູດຈີນປະຈຳອາຊຽນ (ພາບ: TTXVN)
      ນັກການທູດຈີນ ໄດ້ເນັ້ນໜັກວ່າ ປັກກິ່ງ ໃຫ້ຄຳໝັ້ນສັນຍາຮ່ວມມືກັບຫວຽດນາມ ໃນການປະຕິບັດຄວາມເຫັນດີເຫັນພ້ອມຂອງບັນດາການນຳກ່ຽວກັບຄວາມສາມັກຄີກັນຕ້ານຄືນໂລກລະບາດ Covid – 19 ເພື່ອຜົນປະໂຫຍດລວມຂອງປະຊາຊົນ, ພ້ອມທັງສະແດງໃຫ້ເຫັນຄວາມານະພະຍາຍາມລວມຂອງບັນດາປະເທດໃນພາກພື້ນ.
            ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19ໃນພາກພື້ນ ແລະ ຊຸກຍູ້ການຟື້ນຟູເສດຖະກິດ ໃນພາກພື້ນ. ສອງຝ່າຍຈະຍົກສູງລັດທິຫຼາຍຝ່າຍ ແລະ ການຄ້າເສລີ, ພ້ອມທັງສະໜັບສະໜູນການຮ່ວມມືຢ່າງເປີດເຜີຍ, ກວມລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຈີນຈະສະໜັບສະໜູນຢ່າງແຮງການສ້າງປະຊາຄົມອາຊຽນ, ບົດບາດເປັນໃຈກາງຂອງອາຊຽນໃນການຮ່ວມມືອາຊີຕາເວັນອອກ ແລະ ຄວາມສາມັກຄີຂອງອາຊຽນ, ພ້ອມທັງຈະຮ່ວມມືກັບອາຊຽນເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)

top