ຂ່າວສານ

ຈີນຕຳໜິຕິຕຽນອາເມລິກາ ຂາຍລູກສອນໄຟໃຫ້ໄຕ້ຫວັນ (ຈີນ)

      ທ່ານໂຄສົກ ອາງເວີນບິນ ໄດ້ຕຳໜິຕິຕຽນເລື່ອງກະຊວງການຕ່າງປະເທດອາເມລິກາ ອະນຸມັດຜ່ານການຂາຍລູກສອນໄຟໃຫ້ແກ່ ໄຕ້ຫວັນ (ຈີນ), ພ້ອມທັງຢືນຢັນວ່າ, ປະເທດນີ້ຈະນຳໃຊ້ບັນດາມາດຕະການໂຕ້ຕອບຢ່າງເໝາະສົມ.

(ທ່ານໂຄສົກ ອາງເວີນບິນ)
      ທີ່ກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດໃນຕອນບ່າຍວັນທີ 27 ຕຸລາ, ທ່ານໂຄສົກ ອາງເວີນບິນ ໄດ້ຕຳໜິຕິຕຽນເລື່ອງກະຊວງການຕ່າງປະເທດອາເມລິກາ ອະນຸມັດຜ່ານການຂາຍລູກສອນໄຟໃຫ້ແກ່ ໄຕ້ຫວັນ (ຈີນ), ພ້ອມທັງຢືນຢັນວ່າ, ປະເທດນີ້ຈະນຳໃຊ້ບັນດາມາດຕະການໂຕ້ຕອບຢ່າງເໝາະສົມ. ທ່ານໂຄສົກ ອາງເວີນບິນ ເນັ້ນໜັກວ່າ, ຈີນ ເດັດດຽວຄັດຄ້ານເລື່ອງອາເມລິກາ ຂາຍອາວຸດໃຫ້ ໄຕ້ຫວັນ, ຖືນີ້ແມ່ນການກະທຳລະເມີດຢ່າງຮ້າຍແຮງຫຼັກການ “ປະເທດຈີນ ດຽວ” ແລະ ຖະແຫຼງການຮ່ວມລະຫວ່າງຈີນ ແລະ ອາເມລິກາ 3 ສະບັບ, ພິເສດແມ່ນຖະແຫຼງການຮ່ວມປີ 1982. ທ່ານຖືວ່າ, ອາເມລິກາ ຂາຍອາວຸດໃຫ້ແກ່ບັນດາກຳລັງແຍກຕົວຮຽກທ່ວງເອົາເອກະລາດໃຫ້ ໄຕ້ຫວັນ ແມ່ນກໍ່ຄວາມເສຍຫາຍຢ່າງຮ້າຍແຮງເຖິງການພົວພັນລະຫວ່າງຈີນ - ອາເມລິກາ, ກໍຄືສັນຕິພາບ ແລະ ສະຖຽນລະພາບຢູ່ເຂດຊ່ອງແຄບທະເລ ໄຕ້ຫວັນ.
 (ແຫຼ່ງຄັດຈາກ VOV)


top