ຂ່າວສານ

ຈີນຍົກເວ້ັນພາສີເພີ່ມເຕີມສໍາລັບສິນຄ້າ 696 ປະເພດທີ່ນໍາເຂົ້າຈາກ ອາເມລິກາ

      ວັນທີ 18 ກຸມພາ, ຈີນ ປະກາດຍົກເວັ້ນພາສີເພີ່ມເຕີມ ສໍາລັບສິນຄ້າ 696 ປະເພດຂອງ ອາເມລິກາ, ໃນສະພາບການທີ່ ປັກກິ່ງ ພວມຊອກຫາວິທີປະຕິບັດບັນດາຄໍາໝັ້ນສັນຍາຂອງຕົນໃນຂໍ້ຕົກລົງການຄ້າລະຫວ່າງ ຈີນ - ອາເມລິກາ ໄລຍະໜຶ່ງ ຢ່າງຄົບຖ້ວນ, ໂດຍບໍ່ຫົວຊາຕໍ່ບັນດາຜົນກະທົບບໍ່ແມ່ນໜ້ອຍຂອງເຊື້ອພະຍາດ Covid – 19. 

ບັນດາປະເພດສິນຄ້າຂອງ ອາເມລິກາ ຈະໄດ້ຍົກເວັ້ນພາສີເພີ່ມເຕີມຄ້ັງນີ້ ລວມມີບັນດາຜະລິດຕະພັນກະເສດ ແລະ ພະລັງງານທີ່ສໍາຄັນ (ພາບ: TTXVN)
      ນີ້ແມ່ນການຍົກເວັ້ນພາສີຄັ້ງທີ 3 ເຊິ່ງ ຈີນໄດ້ປະຕິບັດສໍາລັບສິນຄ້ານໍາເຂົ້າຈາກ ອາເມລິກາ ແລະ ແມ່ນການຍົກເວັ້ນພາສີສໍາລັບສິນຄ້າຫຼາຍທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ.
        ບັນດາປະເພດສິນຄ້າຂອງ ອາເມລິກາ ຈະໄດ້ຍົກເວັ້ນພາສີເພີ່ມເຕີມຄ້ັງນີ້ ລວມມີບັນດາຜະລິດຕະພັນກະເສດ ແລະ ພະລັງງານທີ່ສໍາຄັນ.  ສ່ວນສິນຄ້າປະເພດອື່ນໆ ທີ່ໄດ້ຍົກເວັ້ນພາສີເພີ່ມເຕີມໃນຄັ້ງນີ້ ລວມມີ: ບັນດາອຸປະກອນການແພດ, ຜະລິດຕະພັນການຢາ, ໂລຫະຊະນິດຕ່າງໆ...
        ແຈ້ງການຂອງປັກກິ່ງ ກໍໃຫ້ຮູ້ວ່າ ນັບແຕ່ວັນທີ 02 ມີນາ, ບັນດາບໍລິສັດ ຈີນ ຈະເລີ່ມຍື່ນຂໍ້ສະເໜີຍົກເວັ້ນ, ຫຼຸດຜ່ອນພາສີສະບັບຕ່າງໆ ໂດຍອີງໃສ່ບັນດາເງື່ອນໄຂຂອງຕະຫຼາດ ແລະ ການຊັ່ງຊາກ່ຽວກັບບັນດາການເຄື່ອນໄຫວດ້ານການຄ້າ. ຂໍ້ຕົກລົງກ່ຽວກັບການຍົກເວັ້ນພາສີເພີ່ມເຕີມທີ່ໄດ້ຍົກອອກມາ ຈະມີຜົນສັກສິດໃນເວລາ 1 ປີ.
 (ແຫຼ່ງຄັດຈາກ VOV)


top